ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອົດ​ສະ​ຕຣາ​ລີ ມີ​ແຜນ​ສັ່ງ​ຊື້​ ຈະ​ຫຼວດ​ຈາກ​​ສະຫະລັດ​ເພີ່ມ


   ຕາມ​ການ​ລາຍ​ງານ​ຂອງ​ເວັບ​ໄຊ​​້​ການ​ທະຫານ​ໂດຍ​ອ້າງ​ຂໍ້​ມູນ​ຈາກປະເທດ​ອົດ​ສະ​ຕຣາ​ລີ​ ຈະ​ໃຊ້​ງົບປະມານ​ເກືອບ 700 ລ້ານ​ໂດ​ລາ​ສະຫະລັດ​ໃນ​ການ​ຈັດ ​ຊື້​ເຄື່ອງ​ຍິງ​ຈະ​ຫລວດ​ລະບົບ M-142 HIMARS (ລະບົບ​ຈະ​ຫລວດ​ທີ່​ຕິດ​ຕັ້ງ​ຢູ່​ເທິງ​ລົດ​ບັນທຸກ​ທີ່​ຂັບ​ເຄື່ອນ​ດ້ວຍ 6 ລໍ້​ ແລະ ​ມີ​ຄວາມ​ຄ່ອງ​ຕົວ​ສູງ) ຈຳນວນ 20 ຊຸດ ໂດຍ​ມີ​ແຜນທີ່​ຈະນຳ​ເຂົ້າ​ປະຈຳການ​ໃນ​ປີ 2026 ແລະ​ ອາວຸດ​ປ່ອຍ​ນຳ​ວິຖີ​ຈຳນວນ​ໜຶ່ງ ​ເຊິ່ງ​ຈະ​ຖືກ​ຕິດ​ຕັ້ງ​ຢູ່ເທິງ​ເຮືອ​ຮົບທີ່​ຈະ​ມາ​ແທນ ​ອາວຸດ​ປ່ອຍ​ນຳ​ວິຖີ​ລຸ້ນ​ເກົ່າ​ສຳລັບ​ຕໍ່ຕ້ານ​ເຮືອ​ດຳ​ນໍ້າແບບ Harpoon. M-142 HIMARS ເປັນ​​ຈ​ະຫລວດ​ຫຼາຍ​ລຳ​ກ້ອງ​ທີ່​ສະຫະລັດ​ອາ​ເມ​ຣິ​ກາ​ພັດທະນາ ​ຂຶ້ນ​ໃນ​ປີ 1990 ໃຫ້​ກັບ​ກອງທັບ​ບົກ, ສຳລັບຈະ​ຫລວ​ດລຸ້ນ​ນີ້​ຈະ​ມີ 6 ລູກ ຕໍ່​ໜຶ່ງ​ຊຸດ. ​ຈຸດ​ພິເສດ​ຂອງ​ລະບົບ​ຈະ​ຫລວ​ດລຸ້ນ​ນີ້​ ກໍຄື​ມັນ​ສາມາດ​ໃຊ້​ແທນ ​ກັນ​ໄດ້​ກັບ M270 MLRS ທີ່​ສາມາດບັນ​ຈຸ​ຖານ​ຍິງຈະ​ຫລວດ​ໄດ້​ເຖິງ 2 ຖານ. ສຳລັບ​ເຄື່ອງ​ຍິງ​ຈະ​ຫລວ​ດລຸ້ນ​ນີ້ ​ສາມາດ​ເຄື່ອນ​ທີ່​ຈາກ​ຈຸດ​ໜຶ່ງ​ໄປ ​ຫາ​ຈຸດ​ໜຶ່ງ​ໄດ້​ຢ່າງ​ວ່ອງໄວ​ເພື່ອ​ບໍ່​ໃຫ້​ຝ່າຍ​ກົງກັນຂ້າມ​ຮູ້​ຕຳແໜ່ງ ນອກ​ນັ້ນມັນ​ຍັງ​ສາມາດ​ຂົນສົ່ງ​ໄດ້​ດ້ວຍເຮືອບິນ​ລຳລຽງ C-130 ຂອງ​ບໍລິສັດ​ຜະລິດອາ ວຸດ​ຂອງ​ສະຫະລັດ. ລະບົບ​ຈະ​ຫລວ​ດລຸ້ນ​ນີ້​ມີ​ນ້ຳໜັກລວມ​ທັງ​ລົດ​ບັນທຸກ 16,2 ໂຕນ,ຍາວ 7 ແມັດ, ກວ້າງ 2,4 ແມັດ, ສູງ 3,2 ແມັດ ໃຊ້​ກຳ ລັງ​ພົນ​ພຽງ 3 ຄົນ, ສາມາດ​ທຳລາຍເປົ້າ​ໝາຍ​ໃນ​ໄລຍະ 9 ກິໂລແມັດ ຫລື​ ອີງ​ຕາມ​ພູມີ​ປະເທດ, ເຄື່ອນ​ທີ່​ໄວ​ 85 ກິໂລແມັດ​ຕໍ່​ຊົ່ວໂມງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/02/2023