
ຍີ່ປຸ່ນວາງແຜນເສີມຄວາມເຂັ້ມແຂງ ໃຫ້ແກ່ກອງທັບ

    ສຳນັກຂ່າວຊິນຮວາແຈ້ງໃຫ້ຮູ້ໃນວັນທີ 15  ກຸມພານີ້ວ່າ: ທ່ານ ຢາຊູອິຊິ ຮາມາດາ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ໄດ້ຢືນຢັນວ່າລັດຖະບານ ມີແຜນຈະລົງນາມໃນສັນຍາຊື້ລູກສອນໄຟນຳວິຖີ ໂຕມາຮອກ  "Tomahawk" ກັບອາເມຣິກາໃຫ້ສຳເລັດພາຍໃນປີ 2023. ຕາມຂ່າວສານກຽວໂດໃຫ້ ຮູ້ວ່າ: ໃນເບື້ອງຕົ້ນ, ລັດຖະບານຍີ່ປຸ່ນມີແຜນຈະຈັດຊື້ລູກສອນໄຟ  «Tomahawks”ຫຼາຍຊຸດໃນອີກບໍ່ດົນ, ແຕ່ບໍ່ໄດ້ລະບຸຈຳນວນທີ່ແນ່ນອນ. ລູກສອນ ໄຟນຳວິຖີ  "Tomahawk"  ເປັນອາວຸດຍຸດໂທປະກອນໂຈມຕີຈາກໃຕ້ນໍ້າທີ່ໄດ້ຮັບການພັດທະນາໂດຍສະຫະລັດອາເມຣິກາ, ເປັນລູກສອນໄຟທີ່ສາມາດຍິງ ຂຶ້ນໄດ້ໃນລະດັບຄວາມສູງຕ່ຳ  ແລະ ມີໄລຍະຍິງໄກຫຼາຍກວ່າ 1.000 ກິໂລແມັດ. "Tomahawk"  ໄດ້ຖືກນຳໃຊ້ໂດຍສະຫະລັດໃນສົງຄາມພາກພື້ນຫຼາຍ ຄັ້ງເຊັ່ນ: ສົງຄາມອີຣັກປີ  2003.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 22/02/2023