ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

Bavar-373 ຂີ​ປະ​ນາ​ວຸດ​ພິ​ໄສ​ໄກ​ຂອງ​ກອງ​ກຳລັງ​ພິ​ທັກ​ອີ​ຣານ


   Bavar-373 ຂີ​ປະ​ນາ​ວຸດ​ພິ​ໄສ​ໄກ​ເປັນ​ລະບົບ​ປ້ອງ​ກັນ​ໄພ​ ທາງ​ອາກາດ​ຈາກ​ໜ້າດິນ​ສູ່​ອາກາດ​ຂອງ​ກອງ​ກຳລັງ​ພິ​ທັກ​ອີ​ຣານ ທີ່​ໄດ້​ຮັບ​ການ​ພັດທະນາ​ຂຶ້ນ​ໃນ ​ ປີ 2016 ໂດຍ​ກອງ​ກຳລັງ​ພິ​ທັກ​ອີ​ຣານ ເອີ້ນ​ອາວຸດ​ຊະນິດ​ນີ້​ວ່າ: ຄູ່​ແຂ່ງ​ຂອງ​ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ​ຂອງ​ກອງທັບ​ຣັດ​ເຊຍ ມັນ​ສ້າງ​ຂຶ້ນ​ໂດຍ​ບໍລິສັດ​ ອຸດສາຫະກຳ​ປ້ອງ​ກັນ​ຊາດ​ຂອງ​ອີ​ຣານ, ແຕ່​ບໍ່​ມີ​ການ​ເປີດເຜີຍ​ແຫຼ່ງ​ຜະລິດ​ອາວຸດ​ລຸ້ນ​ນີ້. Bavar-373 ໄດ້​ຖືກ​ເປີດ​ໂຕ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2019 ແລະ​ ປະ ກາດ​ໃຫ້​ມັນ​ເຂົ້າ​ປະຈຳການ​ໃນ​ວັນ​ດຽວ​ກັນ ຕໍ່​ມາ​ໃນ​ປີ 2022 ອາວຸດ​ຊະນິດ​ນີ້​ໄດ້​ຮັບ​ການ​ພັດທະນາ​ ເພື່ອ​ຍົກ​ລະດັບ​ຄວາມ​ສາມາດ​ໃຫ້​ທຽບ​ເທົ່າ​ກັບ​ລະບົບ ​ປ້ອງ​ກັນ​ໄພ​ທາງ​ອາກາດ S-400 ຂອງ​ຣັດ​ເຊຍ ແລະ​ ມັນ​ສາມາດ​ຍິງ​ເຮືອບິນ​ຮົບ​ທີ່​ທັນສະໄໝ​ໃນ​ຍຸກ​ທີ 5 ຂອງ​ສະຫະລັດ​ອາ​ເມ​ຣິ​ກາ​ໄດ້​ຢ່າງ​ສະບາຍ ເຮັດ​ໃຫ້​ ກອງທັບ​ອາກາດ​ຂອງ​ອີ​ຣານ​ມີ​ປະສິດທິພາບ​ໃນ​ການ​ປົກ​ປ້ອງ​ນ່ານ​ຟ້າ​ຂອງ​ຕົນ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ດ້ວຍ​ໂດຣນ, ເຮືອບິນ​ຮົບ ແລະ ​ລູກ​ສອນ​ໄຟ Bavar-373 ມີ​ສະມັດ​ຕະພາບ​ຄື: ສາ​ມາດ​ໂຈມ​ຕີ​ໄດ້​ໄກ​ເຖິງ 200-230 ກິໂລແມັດ ຖ້າ​ເປັນ​ລຸ້ນ​ທີ່​ປັບປຸງ​ໃໝ່​ແມ່ນ 400 ກິໂລແມັດ, ຄວາມ​ໄວ​ໃນ​ການ ບິນ​ຂອງ​ຂີ​ປະ​ນາ​ວຸດ​ແມ່ນ 2.312 ແມັດ​ຕໍ່​ວິນາທີ ຖ້າ​ເປັນ​ລຸ້ນ​ປັບປຸງ​ໃໝ່​ແມ່ນ 2.720 ແມັດ​ຕໍ່​ວິນາທີ ຖື​ເປັນ​ອາວຸດ​ທີ່​ມີ​ຄວາມ​ໄວ​ກວ່​​າ​ສຽງຫຼາຍ​ເທົ່າ​ໂຕ ດັ່ງນັ້ນ, ຈຶ່ງ​ເຮັດ​ໃຫ້​ມັນ​ສາມາດ​ສະກັດ​ເຮືອບິນ​ຮົບ​ລຸ້ນ​ໃໝ່​ຂອງ​ສະຫະລັດ​ອາ​ເມ​ຣິ​ກາ​ໄດ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/03/2023