ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອາກາດ​ສະຫະລັດ ທົດ​ລອງ​ຍິງ​ອາວຸດ​ປ່ອຍ​ນຳ​ວິຖີ​ກັບ F-15EX


 

ຕາມ​ການລາຍງານຈາກ​ເວັບ​ໄຊ​​ທ໌​ ການ​ທະຫານ​ອາ​ຊຽນ​ເປີດເຜີຍໃຫ້ຮູ້ວ່າ: ເຄື່ຶອງບິນ​ຂັບ​ໄລ່​ Boeing F-15EX Eagle II ລຸ້ນ​ໃໝ່​ຂອງ​ກອງທັບ​ອາກາດ ​ ສະຫະລັດ​ອາ​ເມ​ຣິ​ກາ​ໄດ້​ມີ​ການ​ທົດ​ລອງ​ຍິງ​ອາວຸດ​ປ່ອຍ​ນຳ​ວິຖີ​ສຳເລັດ​ເປັນ​ຄັ້ງ​ທຳ​ອິດ​ຈາກ​ສະຖານີ​ອາວຸດ​ຊະນິດ​ໃໝ່​ ຂອງ​ສະຫະລັດ ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ ​ ການ​ຍົກ​ສູງ​ຄຸນ​ນະ​ພາບ​ເຄື່ອງບິນ​ຂັບ​ໄລ່. ການ​ທົດ​ສອບ​ຄັ້ງ​ນີ້ F-15EX ໄດ້​ຍິງ​ອາວຸດ​ປ່ອຍ​ນຳ​ວິຖີ​ອາກາດ​ສູ່​ອາກາດ​ໄລຍະ​ກາງ​ເຖິງ​ໄລຍະ​ໄກ​ດ້ວຍ​ອາວຸດ ​ຊະນິດ AIM-120 AM-9X ທັງ​ນີ້ F-15EX ຍັງ​ສາມາດ​ບັນທຸກ​ອາວຸດ​ປ່ອຍ​ນຳ​ວິຖີ​ໄດ້​ເຖິງ 12 ລູກ ເຊິ່ງ​ຫຼາຍ​ກວ່​​າ​ເຄື່ອງບິນ F-15C ເຖິງ 4 ລູກ. F- 15EX ເປັນ​ເຄື່ອງບິນ​ຍຸກ​ໃໝ່​ທີ່​ຜະລິດ​ຂຶ້ນ​ເພື່ອ​ທົດ​ແທນ F-15C ເຊິ່ງ​ເຄື່ອງບິນ​ທັງ​ສອງ​ຊະນິດ​ນີ້​ສາມາດ​ບັນທຸກ ແລະ ​ມີ​ນ້ຳໜັກ​ໂຕ​ເທົ່າ​ກັນ ໂດຍ​ກອງທັບ ອາກາດ​ສະຫະລັດ​ໄດ້​ພັດທະນາ​ພວກ​ມັນ​ເພື່ອ​ໃຫ້​ເປັນ​ເຄື່ອງບິນ​ຂັບ​ໄລ່​ທີ່​ດີ​ທີ່​ສຸດ​ໃນ​ອະນາຄົດ. ທາງ​ດ້ານ​ວິສະວະກອນ​ຂອງ​ບໍລິສັດ​ໂບ​ອິ້ງ​ໄດ້​ສ້າງ​ເຄື່ອງບິນ ​ ດ້ວຍ​ລະບົບ​ດິ​ຈິ​ຕັອນ​ຂຶ້ນ​ມາ​ຫຼາຍ​ຮ້ອຍ​ລຳ ແລະ​ ໄດ້​ທົດ​ລອງ​​ບິນ​ຫຼາຍ​ພັນ​ຊົ່ວໂມງ​ກ່ອນ​ທີ່​ຈະ​ບິນ​ທົດ​ສອບ​ຄັ້ງ​ທຳ​ອິດ ເພື່ອ​ໃຫ້​ມັນ​ສາມາດ​ບັນທຸກ​ອາວຸດ​ທີ່​ ມີ​ຄວາມ​ໄວ​ເໜືອ​ສຽງ ເຮັດ​ໃຫ້​ພວກ​ມັນ​ເປັນ​ສ່ວນ​ປະກອບ​ສຳຄັນ​ໃນ​ກອງ​ບິນ​ຂັບ​ໄລ່​ທາງ​ຍຸດ​ທະວິ​ທີ​ຂອງ​ກອງທັບ​ອາກາດ​ສະຫະລັດ. F-15EX ໄດ້​ຮັບ ​ ການ​ພັດທະນາ​ຂຶ້ນ​ຄັ້ງ​ທຳ​ອິດ​ໃນ​ປີ 2018 ດ້ວຍ​ງົບປະມານ 1,2 ຕື້​ໂດ​ລາ​ສະຫະລັດ ຈາກ​ນັ້ນ​ມັນ​ໄດ້​ຂຶ້ນ​ບິນ​ໂຕ​ຈິງ​ໃນ​ເດືອນ​ກຸມພາ 2021 ແລະ​ ທົດ​ສອບ ​ຍິງ​ອາວຸດ​ຄັ້ງ​ທຳ​ອິດ​ໃນ​ປີ 2022. ປັດຈຸບັນ​ເຄື່ອງບິນ​ເຫລົ່າ​ນີ້​ໄດ້​ຖືກ​ຍົກ​ລະດັບ​ດ້ານ​ເອ​ເລັກ​ໂຕຼ​ນິກ, ຣາ​ດາ ແລະ​ ການ​ຄວບ​ຄຸມ​ການບິນ ນອກ​ນັ້ນ​ຍັງ​ມີຖ່ານ ເພື່ອ​ຮອງ​ຮັບ​ການ​ຕິດ​ຕັ້ງ​ອາວຸດ​ໄດ້​ຫຼາຍ​ຊະນິດ​ຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/02/2023