ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ເດຍ​ ແລະ ຣັດ​ເຊຍ ບັນລຸຂໍ້​ຕົກລົງໃນການ​ສັ່ງ​ຊື້​ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ

     ເວັບ​ໄຊ້ທາດ ລາຍງານວ່າ: ຣັດ​ເຊຍ​ ກຳລັງ​ເຈລະຈາ​ກັບ ອິນ​ເດຍ ເພື່ອ​ສົ່ງ​ມອບ​ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ S-400 ເພີ່ມ ຫຼັງ​ຈາກ
​ສັນຍາ​ຊຸດ​ທຳ​ອິດ​ເປັນ​ໄປ​ຕາມ​ສັນຍາ ໂດຍ​ໄດ້​ສົ່ງ​ມອບ​ແລ້ວ 3 ລະບົບ ແລະ ອີກ 2 ລະບົບ ກຳລັງ​ກຽມ​ເຂົ້າ​ປະຈຳການ​ພາຍ​ໃນ​ປີ​ນີ້.

     ສິ່ງ​ທີ່​ເຮັດ​ໃຫ້ S-400 ເປັນ​ທີ່​ຖືກ​ຈັບ​ຕາ​ຫຼາຍ​ຂຶ້ນ ຄື​ກະແສ​ລາຍ​ງານ​ວ່າ ລະບົບ​ນີ້​ໄດ້​ສະແດງ​ປະສິດທິພາບ​ໄດ້​ດີ ໃນ​ຊ່ວງ​ຄວາມ​ເຄັ່ງຕືງ
ລະຫວ່າງ ອິນ​ເດຍ ກັບ ປາ​ກິ​​ດສ​ະຖານ ໃນ​ເດືອນ ພຶດສະພາ 2025 ທີ່​ຜ່ານ​ມາ ຈົນ​ເຮັດ​ໃຫ້​ກອງທັບ​ອິນ​ເດຍ ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ
ໃນ​ການ​ເສີມ​ສ້າງ​ເຄືອ​ຂ່າຍ​ປ້ອງ​ກັນ​ໄພ​ທາງ​ອາກາດ​ຂອງ​ຕົນ​ເອງ. ເຖິງ​ວ່າ​ ສະຫະລັດ ຈະ​ພະຍາຍາມ​ກົດ​ດັນ​ຜ່ານ​ມາດ​ຕະການ​ຄວ່ຳ​ບາດ ທາງ​
ການ​ທູດແຕ່ ອິນ​ເດຍ ຍັງ​ເດີນ​ໜ້າ​ຄວາມ​ຮ່ວມ​ມື​ກັບ ຣັດ​ເຊຍ ຕໍ່​ໄປເພາະ​ ອິນ​ເດຍ ເຫັນ​ວ່າຄວາມ​ມັ່ນ​ຄົງ​ແຫ່ງ​ຊາດ ສຳຄັນ​ກວ່າ​ການ​ເດີນ​ຕາມ
​ເກມ​ຂອງ​ມະຫາ​ອຳນາດ​ຝ່າຍ​ໃດ​ຝ່າຍ​ໜຶ່ງ.

     ອີກ​ດ້ານ​ໜຶ່ງ, ອິນ​ເດຍ ຍັງ​ຊຸກຍູ້​ແນວ​ຄວາມ​ຄິດ ທີ່​ໃຊ້​ກັບ​ຜະລິດ​ຕະ​​ພັນ ແລະ ​ອາວຸດຍຸດ​ໂທ​ປະກອນທາງດ້ານ ການທະຫານ​ ເ​ພື່​​ອ​ສົ່ງ
ເສີມ​ພາຍ​ໃນ​ປະເທດເອງ ຢ່າງ​ຈິງ​ຈັງ ໂດຍ​ອຸດສາຫະກຳ​ອາວຸດ​ຈຳນວນ​ຫຼາຍ ຍັງ​ອີງໃສ່​ເຕັກ​ໂນ​ໂລ​ຊີ​ຈາກ ຣັດ​ເຊຍ ດັ່ງນັ້ນ ນີ້​ຈຶ່ງ​ບໍ່​ແມ່ນ​ພຽງ​
ແຕ່​ເລື່ອງ​ການ​ຊື້​ອາວຸດ ແຕ່​ເປັນ​ການ​ວາງ​ແຜນ​ຍຸດ​ທະ​ສາດ ໄລຍະ​ຍາວ ຂອງ​ປະເທດ​ທີ່​ຕ້ອງການ​ພຶ່ງ​ພາ​ຕົນ​ເອງ​ໃຫ້​ຫຼາຍ​ຂຶ້ນ ໃນ​ໂລກ​ທີ່​ກຳລັງ
​ແບ່ງ​ຂົ້ວ​ມະຫາ​ອຳນາດ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ.

ແຫຼ່ງທີ່ມາ: ຂກທ
ວັນທີ 15/06/2026