
ຈີນ ທົດລອງລູກສອນໄຟໄຮເປີໂຊນິກ YJ-20 ທີ່ມີຄວາມໄວມັກ 10

ຈີນ ໄດ້ສືບຕໍ່ທົດລອງລູກສອນໄຟຕໍ່ຕ້ານເຮືອຜິວນ້ຳຄວາມໄວເໜືອສຽງ Hypersonic Missile ລຸ້ນ "YJ-20" ເຊິ່ງສາມາດເຮັດ
ຄວາມໄວສູງສຸດໄດ້ເຖິງລະດັບ ມັກ 10 (Mach 10) ຫຼື ໄວມາກວ່າສຽງເຖິງ 10 ເທົ່າ ເຮັດໃຫ້ມັນກາຍເປັນໜຶ່ງໃນລະບົບອາວຸດທີ່ໄວ
ທີ່ສຸດທີ່ກຳລັງຖືກພັດທະນາໃນເວລານີ້. ລູກສອນໄຟໃນກຸ່ມນີ້ຈະບິນ ດ້ວຍຄວາມໄວຫຼາຍກວ່າ ມັກ 5 ຂຶ້ນໄປ. ດ້ວຍຄວາມໄວທີ່ມະຫາ
ສານ ເຮັດໃຫ້ລະບົບປ້ອງກັນໄພທາງອາກາດມີເວລາໃນການປະມວນຜົນ ແລະ ຕອບສະໜອງໜ້ອຍລົງຫຼາຍ ສົ່ງຜົນໃຫ້ການກວດຈັບ
ແລະ ສະກັດກັ້ນເຮັດໄດ້ຍາກທີ່ສຸດ ເຊີ່ງມີເປົ້າໝາຍຫຼັກຄື "ເຮືອຂະໜາດໃຫຍ່" YJ-20 ຖືກອອກແບບມາເພື່ອຮັບມືກັບໄພຄຸກຄາມທາງ
ທະເລຂະໜາດໃຫຍ່ ເຊັ່ນ: ເຮືອບັນທຸກຍົນ. ດ້ວຍການປະສົມປະສານ 3 ຈຸດເດັ່ນ ຄື: ຄວາມໄວສູງ, ຄວາມສາມາດໃນການຫຼົບຫຼີກ,
ແລະ ລະບົບນຳທາງຂັ້ນສູງ ເຮັດໃຫ້ມັນສາມາດເຈາະທະລຸລະບົບປ້ອງກັນລູກສອນໄຟແບບດັ້ງເດີມໄດ້.
ຈຸດເດັ່ນທີ່ສຳຄັນ: ແມ່ນສາມາດປ່ຽນທິດທາງກາງອາກາດໄດ້ ສິ່ງທີ່ເຮັດໃຫ້ອາວຸດໄຮເປີໂຊນິກແຕກຕ່າງຈາກລູກສອນໄຟວິຖີໂຄ້ງ
Ballistic Missiles ທົ່ວໄປ ແມ່ນມັນສາມາດ "ປ່ຽນທິດທາງກາງອາກາດໄດ້" ເຮັດໃຫ້ຄາດເດົາວິຖີການຕົກໄດ້ຍາກ ແລະ ເພີ່ມປະສິດ
ທິພາບໃນການໂຈມຕີໄດ້ຢ່າງຊັດເຈນ. ການພັດທະນາອາວຸດໄຮເປີໂຊນິກຖືເປັນສ່ວນໜຶ່ງຂອງການແຂ່ງຂັນດ້ານເຕັກໂນໂລຊີຂອງມະຫາ
ອຳນາດທົ່ວໂລກ. ເຖິງວ່າລາຍລະອຽດເຈາະເລິກຈະຍັງເປັນຄວາມລັບ ແຕ່ຄວາມກ້າວໜ້າເຫຼົ່ານີ້ກໍຢັ້ງຢືນໃຫ້ເຫັນຊັດເຈນວ່າ ເຕັກໂນໂລ
ຊີຍຸກໜ້າຈະໂຟກັດໄປທີ່ "ຄວາມໄວ" ແລະ "ຄວາມຊັດເຈນ" ເປັນຫົວໃຈສຳຄັນຫຼັກ.
ແຫຼ່ງທີ່ມາ: ຂກທ
ວັນທີ 18/08/2026