
ຕົວຣະເຄຍ ກຽມສົ່ງອອກຍົນຮົບບໍ່ມີຄົນຂັບ KIZILELMA ໃຫ້ອິນໂດເນເຊຍ

ຕົ້ນເດືອນ ພຶດສະພາ ຜ່ານມາ ສໍານັກຂ່າວຂອງຕົວຣະເຄຍ ລາຍງານວ່າ ບໍລິສັດອຸດສາຫະກຳປ້ອງກັນປະເທດຂອງຕົວຣະ
ເຄຍ Baykar ໄດ້ລົງນາມຂໍ້ຕົກລົງສົ່ງອອກຄັ້ງທຳອິດ ສຳລັບຍົນຮົບບໍ່ມີຄົນຂັບ ລຸ້ນ Bayraktar KIZILELMA ໃຫ້ປະເທດ
ອິນໂດເນເຊຍ ການລົງນາມຂໍ້ຕົກລົງດັ່ງກ່າວ ຈັດຂຶ້ນພາຍໃນງານເທດສະການດ້ານການປ້ອງກັນປະເທດ ແລະ ອາກາດສະຍານ
ນານາຊາດ SAHA 2026, ທີ່ສູນສະແດງສິນຄ້າ Istanbul Expo Center ນະຄອນ ອິສຕັນບູ ໃນວັນພຸດທີ 6 ພຶດສະພາ
2026 ນີ້.
ພິທີດັ່ງກ່າວລົງນາມໂດຍຜູ້ ບໍລິຫານ ຂອງບໍລິສັດ Baykar ແລະ ປະທານກຸ່ມບໍລິສັດປ້ອງກັນປະເທດ Republikorp
ຂອງອິນໂດເນເຊຍ, ລາຍລະອຽດສຳຄັນຂອງຂໍ້ຕົກລົງ ຄວບຄຸມການສົ່ງມອບຝູງບິນ KIZILELMA ຈຳນວນ 12 ລໍາ ໂດຍ
ມີກຳນົດເລີ່ມຕົ້ນໃນປີ 2028 ພ້ອມທັງມີສິດແຈ້ງຄວາມປະສົງເພີ່ມອີກ 4 ຈຸບິນ ເຊິ່ງອາດເຮັດໃຫ້ຍອດລວມການສົ່ງມອບ
ສູງສຸດເຖິງ 48 ລໍາ. ນອກຈາກການຈັດຊື້ລະບົບແລ້ວ ຂໍ້ຕົກລົງດັ່ງກ່າວ ຍັງລວມເຖິງການຈັດຕັ້ງສູນຜະລິດ ແລະ ສູນບຳລຸງ
ຮັກສາພາຍໃນປະເທດອິນໂດເນເຊຍອີກດ້ວຍ. ສຳລັບຍົນບໍ່ມີຄົນຂັບ KIZILELMA ຖືເປັນໜຶ່ງໃນເທັກໂນໂລຊີຂອງຍົນ
ຮົບບໍ່ມີຄົນຂັບຮຸ່ນທຳອິດຂອງໂລກ ໂດຍໄດ້ທົດລອງການບິນຄັ້ງທຳອິດໃນປີ 2022, ການອອກແບບຕົວເຄື່ອງ ມີຈຸດເດັ່ນ
ດ້ານການຫຼົບຫຼີກຣາດາ (Stealth) ແລະ ມີຄວາມວ່ອງໄວສູງ ພ້ອມຊ່ອງເກັບອາວຸດພາຍໃນ ມີນ້ຳໜັກຂຶ້ນບິນສູງສຸດ 8.5
ໂຕນ ແລະ ຮອງຮັບນ້ຳໜັກບັນທຸກໄດ້ 1,5 ໂຕນ, ນອກນີ້. ທ່ານໄດ້ກ່າວອີກວ່າ: ເປັນຍົນບໍ່ມີຄົນຂັບລຳທຳອິດໃນປະຫວັດ
ສາດ ທີ່ສາມາດຍິງເປົ້າໝາຍທາງອາກາດຕົກໄດ້ ໂດຍໃຊ້ຣາດາ AESA ກວດຈັບເປົ້າໝາຍດ້ວຍຕົນເອງ ແລະ ໃຊ້ຂີປະນາ
ວຸດອາກາດສູ່ອາກາດທີ່ຜະລິດໃນປະເທດ ເຂົ້າທຳລາຍເປົ້າໝາຍ. ລະບົບຂອງ KIZILELMA ຍັງເຮັດວຽກຄວບຄູ່ກັບເທັກ
ໂນໂລຊີ AI ສຳລັບການບິນຈັດຂະບວນປະຕິບັດການແບບອັດຕະໂນມັດ ເຊິ່ງຄາດວ່າ ຈະເປັນຫຼັກສຳຄັນຂອງສົງຄາມທາງ
ອາກາດໃນອະນາຄົດ, ໃນ ປັດຈຸບັນ ຂະບວນການຜະລິດເພື່ອຈຳໜ່າຍຈຳນວນຫຼາຍ (Serial Production) ໄດ້ດຳເນີນສຳ
ເລັດຕັ້ງແຕ່ປີກາຍ ໂດຍທີ່ ບໍລິສັດ Baykar ໄດ້ຕັ້ງເປົ້ານຳ KIZILELMA ເຂົ້າປະຈຳການໃນຕົວຣະເຄຍ ພາຍໃນປີນີ້. ການ
ລົງນາມຄັ້ງນີ້ ທີ 3 ຂອງ ບໍລິສັດ ທີ່ກ້າວເຂົ້າສູ່ລະບົບການທະຫານຂອງອິນໂດເນເຊຍ ຫຼັງຈາກໄດ້ລົງນາມຈັດຊື້ Bayraktar
AKINCI ແລະ Bayraktar TB2 ໄປແລ້ວໃນປີຜ່ານມາ.
ແຫຼ່ງທີ່ມາ: ຂກທ
ວັນທີ 19/08/2026