ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປືນ​ໃຫຍ່​ເຄື່ອນດ້ວຍໂຕເອງຂອງ​ກອງທັບ​ອັງກິດ


    ປັດຈຸບັນ ກອງທັບ​ອັງກິດ ໄດ້​ນຳ​ໃຊ້​ອາວຸດ​ທີ່​ມີ​ຢູ່​ແລ້ວ ແລະ ຍັງ​ພັດທະນາ​ອາວຸດ​ຍຸດ​ໂທ​ປະກອນ​ໃໝ່​ຈຳນວນ​ໜຶ່ງ​ເພື່ອ​ປັບປຸງ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ. ກອງ ທັບ​ອັງກິດ​ມີ​ອາວຸດ​ທີ່​ສາມາດ​ຍິງ​ໄດ້​ໄລຍະ​ໄກ​ຈຳນວນ​ຫຼາຍ ແລະ ສ່ວນ​ໃຫຍ່​ຈະ​ເປັນ​ປືນ​ຂະໜາດ 155 ​ມມ AS90 howitzers self-propelled ປືນ ໃຫຍ່ເຄື່ອນທີ່ເອງ ເຊິ່ງ​ເປັນ​ຜະລິດ​ຕະ​ພັນຂອງ​ບໍລິສັດ Lockheed Martin. ປືນ​ດັ່ງກ່າວ​ສາມາດ​ໂຈມ​ຕີ​ເປົ້າ​ໝາຍ​ໃນ​ໄລຍະ​ໄກ 32-80 ກິໂລແມັດ, ສາ ມາດ​ຂັບ​ເຄື່ອນ​ດ້ວຍ​ໂຕ​ເອງ​ດ້ວຍ​ລະບົບ MLRS ແລະ ທຳລາຍ​ເປົ້າ​ໝາຍ​ທາງບົກ​ຈາກໄລຍະ​ຫ່າງ 100-200 ກິໂລແມັດ, ທັງ​ແບບ​ເຄື່ອນ​ທີ່ ແລະ ຄົງ​ທີ່. ປືນ​ດັ່ງກ່າວ​ສາມາດ​ລຳລຽງ​ໄປ​ຍັງ​ສະໜາມຮົບ​ໂດຍ​ເຮືອບິນ​ຂົນສົ່ງ C-130 ຫຼື A-400M.

     ກອງທັບ​ອັງກິດ​ໄດ້​ຄາດ​ວ່າ​ຈະ​ພັດທະນາ​ປືນ​ໃຫຍ່​ດັ່ງກ່າວ​ໃຫ້​ມີ​ຄວາມ​ສາມາດ​ໃນ​ການ​ເຄື່ອນ​ທີ່​ໄວ ​ເພື່ອ​ປະສົມ​ປະສານ​ປືນ​ທັງ​ສອງ​ຮູບ​ແບບລະຫວ່າງ 105 ​ມມ ແລະ 155 ​ມມ.

     

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/10/2022