ຣັດເຊຍ ສົ່ງລະບົບປ້ອງກັນອາກາດ ລຸ້ນເບົາ Igla-S ໃຫ້ ອິນເດຍ
ຕາມຂ່າວສານຊິນຮວາ ລາຍງານວ່າ: ກອງທັບອິນເດຍ ໄດ້ຮັບຊຸດລູກສອນໄຟປ້ອງກັນທາງອາກາດ Igla-S ລຸ້ນເຄື່ອນຍ້າຍສະດວກ ທີ່
ສະໜອງໂດຍ ຣັດເຊຍ, ເຊິ່ງການມອບຮັບອາວຸດດັ່ງກ່າວ, ຈະຊຸກຍູ້ຄວາມສາມາດປ້ອງກັນທາງອາກາດຂອງອິນເດຍ ໃຫ້ມີຫຼາຍລະດັບ.
ລະບົບປ້ອງກັນທາງອາກາດ Igla-S ທີ່ຜະລິດຈາກ ຣັດເຊຍ ແມ່ນສ່ວນໜຶ່ງຂອງໂຄງການສະໜອງອາວຸດປ້ອງກັນຊາດໄປຍັງ ອິນເດຍ
ພາຍໃຕ້ສັນຍາ 3 ລ້ານໂດລາ, ເຖິງວ່າຈະຖືກກົດດັນຈາກປະເທດຕາເວັນຕົກກໍຕາມ, ແຕ່ຣັດເຊຍ ຍັງຄົງປະຕິບັດຄຳໝັ້ນສັນຍາດ້ານປ້ອງກັນ
ປະເທດທີ່ມີຢູ່ແລ້ວ, ຜະລິດ ແລະ ສົ່ງອອກອຸປະກອນການທະຫານທີ່ກ້າວໜ້າໄປຍັງບັນດາລູກຄ້າສາກົນຢ່າງກວ້າງຂວາງ ທັງຍັງຮັກສາຖານະ
ເປັນໜຶ່ງໃນບັນດາຜູ້ສະໜອງອາວຸດຍຸດໂທປະກອນຊັ້ນນຳຂອງໂລກ. ລະບົບ Igla-S ເປັນອາວຸດປ້ອງກັນທາງອາກາດແບບເຄື່ອນຍ້າຍງ່າຍ
ຂອງ ຣັດເຊຍ ລຸ້ນທີ 3 ທີ່ໃຊ້ເຕັກໂນໂລຊີກວດຈັບອິນຟາເລດ ແລະ ຖືກອອກແບບມາ ເພື່ອທຳລາຍເປົ້າໝາຍທີ່ບິນຕ່ຳເຊັ່ນ: ເຮລີກົບແຕ,
ລູກສອນໄຟນຳວິຖີ ແລະ ຍົນບໍ່ມີຄົນຂັບ (UAV), ມັນແມ່ນລຸ້ນປັບປຸງຂອງລະບົບ Igla ແລະ Igla-1 ຈາກລຸ້ນຜ່ານມາ, ເຊິ່ງມັນມີຄວາມ
ແມ່ນຢຳສູງ, ປ້ອງກັນສົງຄາມເອເລັກໂຕຣນິກໄດ້ດີກວ່າ ແລະ ຫົວຮົບທີ່ມີປະສິດທິພາບຫຼາຍຂຶ້ນ. ອາວຸດລຸ້ນນີ້ສາມາດເຄື່ອນຍ້າຍໄດ້ສະດວກ,
ການຕິດຕັ້ງງ່າຍດາຍ, ສາມາດນຳໃຊ້ໄດ້ໄວ, ມີໄລຍະຍິງໄກປະມານ 6 ກິໂລແມັດ ແລະ ສາມາດຕອບໂຕ້ ຫຼື ໂຈມຕີເປົ້າໝາຍໄດ້ໃນລະດັບ
ຄວາມສູງ 3,5 ກິໂລແມັດ.
ກອງທັບອິນເດຍ ທີ່ຕັ້ງຢູ່ເຂດຈາມມູ Jammu ແລະ ກາສເມຍ Kashmir ໄດ້ເລີ່ມນຳໃຊ້ລະບົບດັ່ງກ່າວ ເພື່ອແນໃສ່ເພີ່ມທະວີຄວາມ
ສາມາດປ້ອງກັນໄພຂົ່ມຂູ່ທາງອາກາດ ໂດຍສະເພາະ ໂດຣນ UAV. ລະບົບລູກສອນໄຟປ້ອງກັນອາກາດ ລຸ້ນແບກບ່າ Igla-S ເໝາະສຳລັບ
ກຳລັງປ້ອງກັນຊາຍແດນທີ່ມີຄວາມບໍ່ສະຫງົບຮຸນແຮງ ແລະ ສິ່ງທ້າທາຍຕໍ່ຄວາມໝັ້ນຄົງຂອງຊາດ.
ແຫຼ່ງທີ່ມາ: ຂກທ
ວັນທີ 21/05/2025