ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອານ​ມາ​ນີ ເປີດ​ຕົວ​ລະບົບ​ປ້ອງ​ກັນ​ໄຟ​ທາງ​ອາກາດ Majid ລຸ້ນ​ຍົກ​ລະດັບ

     ຕາມ​ຂ່າວ​ການ​ທະຫານ​ຕ່າງປະເທດ​ລາຍ​ງານ​ວ່າ ອານ​ມາ​ນີ ໄດ້​ເປີດເຜີຍ​ລະບົບ​ປ້ອງ​ກັນ​ທາງ​ອາກາດ​ໄລຍະ​ສັ້ນ Majid (AD-08)
ລຸ້ນ​ຍົກ​ລະດັບ​ທີ່​ຜະລິດ​ໂດຍ ອີ​ຣ່ານ, ໂດຍ​ລັກສະນະ​ທີ່​ໂດດ​ເດັ່ນ​ຂອງ​ລຸ້ນ​ໃໝ່​ນີ້​ແມ່ນ​ການ​ປະສົມ​ປະສານ​ຂອງ​ລະບົບ​ຄວບ​ຄຸມ​ການ​ຍິງ​
ດ້ວຍ​ແສງ​ມາດຕະຖານ​ກັບ radar ທີ່​ຕິດ​ຕັ້ງ, ການ​ຕັ້ງ​ຄ່າ​ນີ້​ຂະຫຍາຍ​ຄວາມ​ສາມາດ​ໃນ​ການ​ກວດ​ຈັບ​ແລະ​ຕິດຕາມ​ເປົ້າ​ໝາຍ, ພ້ອມ
​ທັງ​ປັບປຸງ​ປະສິດທິພາບ​ການ​ຕໍ່ສູ້​ໃນ​ສະພາບ​ອາກາດ​ທີ່​ບໍ່​ປົກກະຕິ.

     ອີງ​ຕາມ Patarames ລາຍ​ງານ​ວ່າ, ການ​ຕັ້ງ​ຄ່າ​ນີ້​ບໍ່​ເຄີຍ​ເຫັນ​ຢູ່​ນອກ ອີ​ຣານ ເຊິ່ງ​ກ່ອນ​ໜ້າ​ນີ້, Majid ທີ່ ອີ​ຣານ ປະກາດ​ໃນ​ເດືອນ​
ເມສາ 2021 ສ່ວນ​ໃຫຍ່​ແມ່ນ​ອີງໃສ່​ການ​ກວດ​ຈັບ​ເປົ້າ​ໝາຍ​ແບບ passive ແລະ ການ​ນຳ​ໃຊ້​ລູກ​ສອນ​ໄຟ​ນຳ​ທາງ​ອິນ​ຟາ​ເຣດ, ການ​ເພີ່ມ
radar ເຊື່ອ​ກັນ​ວ່າ,ຈະ​ຊ່ວຍ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ກວດ​ຈັບ​ເປົ້າ​ໝາຍ​ທີ່​ຕິດຕາມ​ໄດ້​ຍາກ, ລະບົບ​ປ້ອງ​ກັນ​ໄຟ​ທາງ​ອາກາດ​ລຸ້ນ Majid
ຖືກ​ນຳ​ໃຊ້​ຄຽງ​ຄູ່​ກັບ​ລະບົບ​ອາວຸດ S-300PS, Tor-M2KM ແລະ Akash ທີ່​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ
​ຫຼາຍ​ຊັ້ນ​ຕໍ່​ກັບ​ໄພ​ຂົ່ມຂູ່​ທີ່​ທັນ​ສະໄໝ, ດ້ວຍ​ການ​ຕໍ່ສູ້​ໂດຍ​ໃຊ້​ເຊັນ​ເຊີ electro-optical ເພື່ອ​ຕິດຕາມ ແລະ ທຳລາຍ​ເປົ້າ​ໝາຍ​ແທນ​ທີ່​ໃຊ້
radar ຢ່າງ​ຕໍ່​ເນື່ອງ, ເຊີ່ງ​ວິທີ​ການ​ນີ້​ຊ່ວຍ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຂອງ​ການ​ກວດ​ພົບ​ຂອງ​ສັດຕູ.

     ນອກ​ນີ້​ຍັງ​ຮັບປະກັນ​ປະສິດທິພາບ​ໃນ​ການ​ຕໍ່ສູ້​ເປົ້າ​ໝາຍ​ທີ່​ບີນ​ຕ່ຳ​ດ້ວຍ​ອາວຸດ​ປະກອບ​ການ​ມີ: ລູກ​ສອນ​ໄຟ AD-08 ມີ​ຄວາມ​ຍາວ
2.67 ແມັດ, ເສັ້ນ​ຜ່າ​ສູນ​ກາງ 156 ​ມມ ແລະ ໜັກ 75 ກິ​ໂລກ​ຣາມ, ບັນຈຸ​ຫົວ​ຮົບ 14 ກິ​ໂລກ​ຣາມ. ລະບົບ​ດັ່ງກ່າວ​ສາມາດ​ທຳລາຍ​ເປົ້າ​
ໝາຍ​ໄດ້​ໃນ​ໄລຍະ 0,7 ກິໂລແມັດ ຫາ 8 ກິໂລແມັດ ແລະ ລະດັບ​ຄວາມ​ສູງ​ຕັ້ງແຕ່ 0.2 ຫາ 5 ກິໂລແມັດ. ລະບົບ​ຍິງ​ລູກ​ສອນ​ໄຟ​ລຸ້ນ
​ກ່ອນໆ​ມີ​ລູກ​ສອນ​ໄຟ​ສອງ​ລູກ, ໃນ​ຂະນະ​ທີ່​ລຸ້ນ​ຕໍ່​ມາ​ມີ​ເລົາ​ຍິງ4ເລົາ,ເພີ່ມ​ຈຳນວນ​ລູກ​ສອນ​ໄຟ​ພ້ອມ​ສຳລັບ​ການ​ສູ້​ຮົບ​ເປັນ​ສອງ​ເທົ່າ.

ແຫຼ່ງທີ່ມາ: ຂກທ
ວັນທີ 23/06/2026