
ຫວຽດນາມ ພັດທະນາຈະຫຼວດນຳທາງ VSM-01A ໃຊ້ພາຍໃນກອງທັບ

ອີງຕາມຂ່າວກອງທັບປະຊາຊົນຫວຽດນາມ ລາຍງານວ່າ: ຫວຽດນາມເປີດໂຕລະບົບຈະຫຼວດນຳທາງຕໍ່ຕ້ານເຮືອໜ້ານ້ຳ VSM-01A ທີ່ຜະ
ລິດເອງພາຍໃນປະເທດ ຈະຫຼວດນຳທາງ VSM-01A ມີໄລຍະການຍິງປະມານ 130 ກິໂລແມັດ, ຜະລິດໂດຍ ບໍລິສັດ Viettel ເມື່ອ
ເບິ່ງຈາກ
ສະພາບພາຍນອກຂອງ VSM-01A ເປັນລຸ້ນທັດມາຕໍ່ຈາກລູ້ນຂອງ VCM-01 ທີ່ອອກແບບມາເພື່ອແທນທີ່ Termit/4k51 Rubezh ຈະ
ຫຼວດຕໍ່ຕ້ານເຮືອໜ້ານ້ຳໃນໄລຍະໄກທີ່ຫວຽດນາມພັດທະນາ ສາມາດຍິງເປົ້າໝາຍທີ່ໄກເຖິງ 300 ກິໂລແມັດ ແລະ ມີຫົວຮົບໜັກເຖິງ 300
ກິໂລກຣາມ.
ສ່ວນຄຸນລັກສະນະອື່ນໆ ຈະຄືກັບຈະຫຼວດ Kh-35UE ເຊິ່ງເປັນລຸ້ນສົ່ງອອກຂອງຮັດເຊຍ ໃຊ້ລະບົບນຳທາງແບບບູລະນາການດ້ວຍລະບົບ
Inertial System ລະບົບນຳທາງດ້ວຍດາວທຽມ Satellit Navigation ແບບ GPS/GLONASS ແລະ ລະບົບຣາດາແບບ U-502U
Active-passive ເຮັດໃຫ້ມີຄວາມແໝ້ນຍຳການຈັບເປົ້າໝາຍສູງ ແລະ ຍາກຕໍ່ການຖືກຈັບຈາກສັນຍານລົບກວນອີກທັງຍັງສາມາດກວດຈັບເປົ້າ
ໝາຍໄດ້ໃນໄລຍະ 50 ກິໂລແມັດ. ສ່ວນຈະຫຼວດ VSM-01A ແລະ ແທ່ນປ່ອຍຈະຫຼວດຂອງ Sa Ban Quan Su ສາມາດບັນທຸກຈະຫຼວດ
ໄດ້ ເຖິງ 4 ລູກເມືອທຽບກັບ ລຸ້ນ 4k51 Rubezh ເຊິ່ງບັນທຸກໄດ້ພຽງ 2 ລູກເທົ່ານັ້ນ.
ແຫຼ່ງທີ່ມາ: ຂກທ
ວັນທີ 24/09/2026