ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອາກາດ​ມຽນ​ມາ​ ໄດ້​ຮັບ ເຮືອບິນ​ເຝິກແອບ​ທາງ​ການ​ທະຫານ


    ສຳນັກ​ຂ່າວ​ເຈນ ລາຍ​ງານ​ໃນ​ວັນ​ທີ 11 ທັນວາ​ນີ້​ວ່າ: ກອງທັບ​ອາກາດ​ມຽນ​ມາ (MAF) ໄດ້​ຮັບເຮືອບິນ​ເຝິກແອບ​ທາງ​ການ​ທະຫານ​ລຸ້ນ FTC- 2000G ແບບ​ພິເສດ​ຈາກ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ເຊິ່ງ​ເປັນ​ການ​ຍົກ​ລະດັບ​ແສນ​ຍານ​ນຸ​ພາບ​ທາງ​ການ​ທະຫານ​ໃນ​ການ​ປ້ອງ​ກັນ​ນ່ານ​ຟ້າ​ຂອງ​ຕົນ ​ໃຫ້​ມີ​ຄວາມ​ເຂັ້ມແຂງ. ຕາມ​ຂໍ້​ມູນ​ໃນ​ເບື້ອງ​ຕົ້ນ​ຈາກ​ວາລະສານ​ຂ່າວ​ອອນ​ໄລນ໌ The Irrawaddy ໃຫ້​ຮູ້​ວ່າ: ເຮືອບິນ​ລຸ້ນ FTC-2000G ຈຳນວນ 4 ລຳ​ໄດ້​ຖືກ​ຈັດ​ສົ່ງ​ໃນ​ເດືອນ​ພະຈິກ​ທີ່​ຜ່ານມາ ແລະ ໃນ​ວັນ​ທີ 5 ທັນວາ​ທີ່​ຜ່ານ​ມາ​ນີ້​ເຮືອບິນ​ລຸ້ນ​ດັ່ງກ່າວ​ຈຳນວນ​ອີກ 6 ລຳ​ໄດ້​ຖືກ​ຈັດ​ສົ່ງ​ໃຫ້​ກອງທັບ​ມຽນ​ ມາ​ອີກ ລວມ​ທັງ​ໝົດ 10 ລຳ. ສຳລັບ​ເຮືອນ​ບິນ​ເຝິກແອບ​ທາງ​ການ​ທະຫານ​ລຸ້ນ​ນີ້ຖືກ​ອອກ​ແບບ ແລະ ຜະລິດ​ຂຶ້ນ​ເມື່ອ​ປີ 2003 ໂດຍ​ບໍລິສັດ​ສັນຊາດ​ຈີນ ເຊິ່ງ​ພັດທະນາ​ມາ​ຈາກ​ເຮືອບິນ​ຕົ້ນ​ສະບັບ​ລຸ້ນ ຈາງ​ຈູ ເຈ​ເຈ-7 ,ໂດຍ​ມີ​ນັກ​ບິນ​ໄດ້ 2 ຄົນ, ມີ​ລວງ​ຍາວ 14,55 ແມັດ, ລວງ​ສູງ 4,51 ແມັດ, ລວງ​ກວ້າງ​ ນັບ​ແຕ່​ປີກ 8,32 ແມັດ ແລະ ມີ​ນ້ຳໜັກ​ລວມ 7,8 ໂຕນ, ບິນ​ໃນ​ຄວາມ​ໄວ​ສູງ​ສຸດ 1.100 ກິໂລແມັດ​ຕໍ່​ຊົ່ວໂມງ, ສ່ວນ​ດ້ານ​ອາວຸດ​ປະກອບ​ດ້ວຍປືນ​ກົນ ຂະໜາດ 23 ​ມມ 11 ກະບອກ, ສາມາດ​ຕິດ​ຕັ້ງ​ອາວຸດ​ໜັກ ​ໄດ້​ຈຳນວນ 5 ຊຸດ (ຖ້າ​ຕ້ອງການ).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/12/2022