ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ​ ຍົກ​ລະດັບ​ອາວຸດ​ປ້ອງ​ກັນ​ອາກາດ ​ເພື່ອ​ຕ້ານ​ກັບ​ອາວຸດ​ທີ່​ໄວ​ກວ່​​າ​ສຽງ


    ໜັງສືພິມ Izvestia ລາຍ​ງານ​ໃນ​ວັນ​ທີ 12 ພະຈິກ​ນີ້​ວ່າ: ໃນການ​ຊ້ອມ​ຮົບ​ທີ່ໄດ້​ຈັດ​ຂຶ້ນ​ເມື່ອ​ທ້າຍ​ເດືອນ​ຕຸລາ​ຜ່ານ​ມາ. ​ກອງ​ປ້ອງ​ກັນ​ທາງ​ອາກາດ​ໄດ້​ ໃຊ້​ລະບົບ​ປ້ອງ​ກັນ​ໄຟ​ທາງ​ອາກາດ S-400 ແລະ Pantsir-S1 ໃນ​ການສະກັດ​ກັ້ນ​ການ​ໂຈມ​ຕີ​ແບບ​ຈຳລອງ​ຂະໜາດ​ໃຫຍ່​ໂດຍ​ໃຊ້​ເຮືອ​ບິນ ແລະ ລູກ​ສອນ ​ໄຟ​ໄວ​ກວ່າ​ສຽງ ແລະ ປະຕິບັດ​ການ​ຍິງເປົ້າ​ໝາຍ​ຈຳລອງ​ເປົ້າ​ໝາຍ​ທີ່​ບິນ​ໄວ. ນອກຈາກ​ນັ້ນ, ປືນ​ໃຫຍ່​ຕໍ່ຕ້ານ​ເຮືອ​ບິນ​ກໍ​ໄດ້​ປະຕິບັດ​ຍິງ​ແບບ​ຄູ່​ຂະໜານ​ໄປ ​ພ້ອມໆ​ກັນ. ການ​ຊ້ອມ​ຮົບ​ດັ່ງກ່າວ​ໄດ້​ກາຍເປັນ​ສ່ວນ​ໜຶ່ງ​ຂອງ​ການ​ທົບ​ທວນຄືນຄວາມ​ກຽມພ້ອມ​ຊ້ອມ​ຮົບ​ປະຈຳ​ປີ. ພາລະກິດ​ດັ່ງກ່າວ​ແມ່ນ​ເພື່ອ​ທົດ​ສອບ ​ ຄວາມ​ສາມາດ​ຂອງ​ລະບົບ​ປ້ອງ​ກັນ​ທາງ​ອາກາດ​ຕ້ານ​ການ​ໂຈມ​ຕີ​ຄັ້ງ​ໃຫຍ່​ຈາກ​ຫຼາຍ​ທິດ​ທາງ.

     ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ຄັ້ງ​ນີ້ ມີ​ກອງ​ບັນຊາ​ການ​ຕ້ານ​ລູກ​ສອນ​ໄຟ​ຈຳນວນ​ໜຶ່ງ, ໃນ​ນັ້ນ​ມີ​ກອງ​ທະຫານ​ເຂດ​ຕາເວັນຕົກ ແລະ ເຂດ​ທະຫານ​ພາກ​ຕາເວັນ ​ ອອກ​ຂອງ ​ຣັດ​ເຊຍ. ໃນ​ລະຫວ່າງ​ການ​ຊ້ອມ​ຮົບ, ກອງທັບ​ຣັດ​ເຊຍ ໄດ້​ຊອກ​ຫາ​ວິທີ​ຕ້ານ​ບັນດາ​ອາວຸດ​ທີ່​ຄ້າຍຄື​ກັບ​ລູກ​ສອນ​ໄຟ​ໄວ​ກວ່າ​ສຽງ Zircon ພາຍ ​ ໃນ​ປະເທດ. ໃນ​ຂະນະ​ທີ່​ກອງທັບ​ຂອງ​ປະເທດ​ອື່ນໆ​ໃນ​ໂລກ​ພຽງ​ແຕ່​ສຳເລັດ​ໃນການ​ຄົ້ນຄວ້າ ​ແລະ​ ຜະລິດ​ອາວຸດ​ຄວາມ​ໄວ​ເໜືອ​ສຽງ ແຕ່​ວ່າຣັດ​ເຊຍກ້າວ ໜ້າ​ເຖິງ​ຂັ້ນ​ພັດ​ທະນາລະບົບ​ປ້ອງ​ກັນ​ອາວຸດ​ດັ່ງກ່າວ​ແລ້ວ.

     

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/11/2022