ບໍລິສັດ Elbit ເປີດໂຕປືນຄົກລຸ້ນໃໝ່ ທີ່ສາມາດປະຕິບັດການໂຈມຕີໄດ້ເອງ
ຕາມການເປີດເຜີຍຂອງເວັບໄຊທ໌ເຈນ ໃນວັນທີ 25 ມັງກອນວ່າ: ບໍລິສັດ Elbit ທີ່ມີພື້ນຖານການຜະລິດຢູ່ປະເທດອິດສະຣາແອນ ໄດ້ນຳສະເໜີປືນ
ຄົກລຸ້ນໃໝ່ຫລ້າສຸດຂະໜາດ 120 ມມ ໄດ້ນຳໄປວາງສະແດງໃນງານສະແດງອາວຸດນາໆຊາດທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງລອນດອນ ປະເທດອັງກິດ ໃນ
ລະວ່າງວັນທີ 23-26 ມັງກອນ ທີ່ຜ່ານມາ. ຕາມຂໍ້ມູນຈາກຜູ້ຜະລິດກ່າວວ່າ: ປືນຄົກ Crossbow 120 ມມ ເປັນປືນຄົກທີ່ສາມາດຕິດຕັ້ງຈາກຫຼາຍ
ພາກສ່ວນໃຫ້ຢູ່ໃນລະບົບດຽວ. ດັ່ງນັ້ນ, ຈຶ່ງມີຄວາມສະດວກໃນການໃຊ້ງານ ແລະ ໃຊ້ບຸກຄະລາກອນພຽງຄົນດຽວກໍສາມາດໃຊ້ງານປືນຊະນິດນີ້ໄດ້ ເພາະ
ທຸກຢ່າງມັນສາມາດປະຕິບັດງານໄດ້ແບບອັດຕະໂນມັດ. ປືນຄົກລຸ້ນນີ້ສາມາດທຳລາຍເປົ້າໝາຍໄດ້ຢ່າງແມ່ນຢຳໃນໄລຍະລັດສະໝີ 10 ກິໂລແມັດ ແລະ
ມີ
ອັດຕາການຍິງຢູ່ທີ່ 12 ລູກຕໍ່ນາ ທີ, ຖ້າເປັນນາທີທຳອິດມັນສາມາດຍິງໄດ້ເຖິງ 16 ລູກຕໍ່ນາທີ. ນອກຈາກນີ້ຍັງສາມາດຈັດການເປົ້າໝາຍໄດ້ໃນຂະນະທີ່
ກຳລັງເຄື່ອນທີ່ອີກດ້ວຍ. ບໍລິສັດຜູ້ຜະລິດໄດ້ພັດທະນາປືນຊະນິດນີ້ ຕັ້ງແຕ່ປີ 2019 ໂດຍນຳໃຊ້ເຕັກນິກ ແລະ ປະສົບການຂອງບໍລິສັດໃນການຜະລິດອາ
ວຸດທີ່ຜ່ານມາ. ທັງນີ້ບໍລິສັດໄດ້ມີກຳນົດພ້ອມໃຫ້ບໍລິການໃນປີ 2024 ໂດຍຈະເຂົ້າປະຈຳການໃນກອງທັບຂອງອິດສະຣາແອນເປັນປະເທດທຳອິດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/02/2023