ຍັງບໍ່ສາມາດປະກາດຍົກເລີກພາວະສຸກເສີນ ການແຜ່ລະບາດຂອງພະຍາດໂຄວິດ-19
ສໍານັກຂ່າວຊິນຮ່ວາເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 3 ທັນວານີ້, ໂດຍອົງການອະນາໄມໂລກໄດ້ ຖະແຫຼງການວ່າ: ເຊື້ອພະຍາດ ໂອໄມຄຣອນ
ຍັງແຜ່ລະ
ບາດໄປທົ່ວໂລກ ແລະ ຍັງບໍ່ທັນຮອດເວລາທີ່ຈະປະກາດສິ້ນສຸດໄລຍະສຸກເສີນຂອງພະຍາດໂຄວິດ-19 ໄດ້ເທື່ອ. ອົງການອະນາໄມໂລກຄາດຄະເນວ່າ:
ຢ່າງໜ້ອຍ 90% ຂອງປະຊາກອນໂລກໃນປັດຈຸບັນມີລະດັບພູມຕ້ານທານຕໍ່ພະຍາດໂຄວິດ-19 ຍ້ອນການສັກວັກຊິນຍັງບໍ່ທັນທະລຸເປົ້າ.
ທ່ານ ເຕໂດຣສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 3 ທັນວາ ນີ້ວ່າ: ປັດຈຸບັນພວກເຮົາໃກ້ເຖິງເວ ລາທີ່ສາມາດປະກາດການສິ້ນສຸດຂອງໄລຍະສຸກເສີນຂອງການແຜ່ລະບາດພະຍາດໂຄວິດ-19, ແຕ່ພວກເຮົາຍັງບໍ່ທັນໄດ້ບັນລຸບາດກ້າວດັ່ງກ່າວ.
ທ່ານ ມາເຣຍ ເຄຄອບ ຜູ້ອໍານວຍການດ້ານວິຊາການ ຂອງໂຄງການສຸກເສີນດ້ານສຸຂະພາບ ຂອງອົງການອະນາໄມໂລກ ກ່າວວ່າ:
ປະເທດຕ່າງໆໄດ້
ລາຍງານຜູ້ຕິດເຊື້ອໃໝ່ຫຼາຍກວ່າ 2,5 ລ້ານຄົນ ໃນອາທິດດຽວເທົ່ານັ້ນ. ປັດຈຸບັນອັດຕາການສັກຢາກັນພະຍາດຂອງກຸ່ມທີ່ມີຄວາມສ່ຽງສູງເຊັ່ນ:
ຄົນອາ
ຍຸຫຼາຍກວ່າ 60 ປີ, ຄົນເຈັບທີ່ເປັນພະຍາດປະຈໍາຕົວ, ຄົນທີ່ມີພູມຕ້ານທານຕໍ່າ, ພະນັກງານແພດແຖວໜ້າຍັງບໍ່ທັນບັນລຸເປົ້າໝາຍ 100%,
ເຊິ່ງຮຽກຮ້ອງ
ໃຫ້ລັດຖະບານເອົາໃຈໃສ່ຕໍ່ບັນຫາດັ່ງກ່າວຢ່າງບໍ່ຊັກຊ້າ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/12/2022