ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົດ​ສະ​ຕຣາ​ລີ ເປີດ​ໂຕ​ລົດ​ແຂ່ງ​ບິນ​ໄດ້​
ພ້ອມ​ລົງ​ສະໜາມ​ໃນ​ປີ
2024


   ປັດຈຸບັນ​ເຕັກ​ໂນ​ໂລ​ຊີ​ ໄດ້​ຮັບການ​ພັດ​ທະ​​ນ​າຕໍ່​ຍອດ​ແບບບໍ່ມີຂີດ​ຈຳກັດ,​ ເມື່ອ​ບໍ່​ດົນ​ມາ​ນີ້​ບໍລິ ສັດ​ສັນຊາດ​ອົດ​ສະ​ຕຣາ​ລີ​ ໄດ້​ເປີດ​ໂຕ​ລົດ​ແຂ່ງ​ທີ່ສາມາດ ບິນ​ໄດ້ໂດຍ​ບໍ່​ໃຊ້​ນ້ຳມັນ ແລະ​ ບໍ່​ເຮັດ​ໃຫ້​ເກີດ​ມົນ​ລະ​ພິດ​ທາງ​ອາກາດ, ແຕ່​ຈະ​ໃຊ້​ພະລັງງານ​ໄຟຟ້າ​ໄຮ​ໂດຼ​ເຈນ​ເປັນ​ພະລັງງານ​ຂັບ​ເຄື່ອນ ເຮັດ​ໃຫ້​ເປັນ​ມິດ​ຕໍ່​ສິ່ງ ແວດລ້ອມ. ລົດ​ແຂ່ງ​ຄັນ​ນີ້​ມີ​ຊື່ວ່າ: NK4 ເຊິ່ງ​ເປັນ​ພາຫະນະ​ທີ່​ບິນ​ຂຶ້ນ​ ແລະ ​ລົງ​ຈອດ​ໃນ​ແນວ​ຕັ່ງຈາກ​ຮູບ​ຮ່າງ ​ພາຍ​ນອກ​ມັນ​ຄ້າຍຄື​ໂດຣນ ​ປະສົມ​ປະສານ​ ກັບ​ເຮືອບິນ. ດັ່ງນັ້ນ, ທາງ​ບໍລິສັດ​ຈິ່ງ​ເອີ້ນ​ວ່າ​ລົດ​ແຂ່ງ​ບິນ ແລະ​ ຍັງ​ເປັນ​ລົດ​ທີ່​ໄວ​ທີ່​ສຸດໃນ​ໂລກທາງ​ຜູ້​ຜະລິດ​ກ່າວ​​​ວ່າ ການ​ອອກ​ແບບ​ລົດ​ຄັນ​ນີ້​ແມ່ນ​ໄດ້​ແຮງ​ ບັນດານ​ໃຈມາ​ຈາກ​ລົດ​ແຂ່ງ​ຟໍ​ມູ​ລ້າ​ວັນເຂົ້າ​ມາ​ປະສົມ​ປະສານ​ກັບ​ໂດຣນ ຈິ່ງ​ເຮັດ​ໃຫ້​ມັນ​ບິນ​ໄດ້. ສຳລັບ​ໂຄງ​ສ້າງ​ຂອງ​ມັນ​ຍາວ 5,7 ແມັດ, ກວ້​​າງ 3,6 ແລະ ສູງ 1,4 ແມັດ, ນຳ້ໜັກ​ 900 ກິ​ໂລ ກຣາມ, ຄວາມ​ແຮງ​ຈັກ ​ຢູ່​ທີ່ 1.300 ແຮງ​ມ້າ, ສາມາດ​ແລ່ນໄດ້​ໄວ 360 ກິໂລແມັດ​ຕໍ່​ຊົ່ວໂມງ ແລະ ສາມາດ​ບິນ​ໄກ​ ໄດ້ 300 ກິໂລແມັດ. ເປົ້າ​ໝາຍ​ຂອງ​ການ​ຜະລິດ​ລົດ​ແຂ່ງ​ບິນ​ໄດ້​ນີ້​ແມ່ນເພື່ອ​ກະ​ຕຸ້ນ​ໃຫ້​ມີ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ໃຫ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ຕໍ່​ເນື່ອງ ແລະ​ ໃນ​ອະນາຄົດ​ອາດ​ມີ​ການ​ດັດແປງ​ໃຫ້​ມັນ​ກາຍ​ມາ​ເປັນ​ພາຫະນະ​ຂົນສົ່ງ​ ທີ່​ສາທາລະນະ​ສາມາດ​ເຂົ້າ​ເຖິງ​ການ​ໃຊ້​ງານ​ໄດ້ແບບ​ການ​ບໍລິການ​ຂົນສົ່ງ​ສິ່ງ​ຂອງ​ໃນ​ ປັດຈຸບັນເຊິ່ງ​ຈະ​ເຮັດ​ໃຫ້​ປະ​ຢັດ​ເວລາ​ໃນ​ການ​ຂົນສົ່ງ ແລະ ​ມີ​ຄວາມ​ວ່ອງໄວ​ກວ່​​າ​ເກົ່າ.


ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/03/2023