ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດ ໃຊ້ລູກ​ສອນ​ໄຟ​ຍິງ​ບອນລູນ​ລອຍ​ຟ້າ​ຂອງ​ຈີນຕົກ

 


   ຕາມ​ການ​ເປີດເຜີຍ​ຂອງ​ສຳ ​ຂ່າວ​ຕ່າງປະເທດ​ໃນ​ວັນ​ທີ 6 ກຸມ ພາໃຫ້ຮູ້ວ່າ: ກອງທັບ​ສະຫະລັດ​ ອາ​ເມ​ຣິ​ກາ​ໄດ້​​ໃຊ້​ເຮືອບິນ​ຮົບ F-22 ທີ່ຕິດຕັ້ງລູກສອນ ໄຟ AIM-9X ບິນ​ຂຶ້ນ​ຈາກ​ຖານທັບ​ ອາກາດ ແລັງ​ລີ​ໃນ​ລັດ​ເວີ​ຈິເນຍ ແລະ ໄດ້​ຍິງ​ລູກ​ບອນລູນ​ຂອງຈີນຕົກຢູ່​ນອກເຂດ​ນ່ານ​ນໍ້າ​ມາໂທທາງພາກ​ໃຕ້​ຂອງ ​ລັດ​ຄາໂຣໄລນາ. ໂດຍ​ທາງ​ດ້ານ​ສະຫະລັດ​ ອ້າງ​ວ່າ​ລູກ​ບອນລູນ​ດັ່ງກ່າວ​ເປັນຂອງ​ຈີນ​ ໄດ້​ບິນ​ລະເມີດ​ເຂດນ່ານ​ຟ້າ​ຂອງ​ສະຫະລັດ ເພື່ອ​ການສອດແນມ​ຢູ່​ຈຸດ​ ທີ່​ຕັ້ງ​ ຍຸດທະ​ສາດ​ຂອງ​ຕົນ ເຊິ່ງຄາດວ່າ​ຟື້ນ​ທີ່​ດັ່ງກ່າວແມ່ນ​ເຂດ​ເກັບມ້ຽນ​ອາວຸດ​ນິວເຄລຍ​ຂອງ​ສະຫະລັດ. ດ້ານ​ທຳ​ນຽບ​ຫ້າ​ແຈຂອງສະຫະລັດໄດ້​ຢືນຢັນ ວ່າ: ສະຫະລັດໄດ້​ໃຊ້​ຍົນ​ສູ້​ຮົບ F-22 ທີ່​ຕິດ​ລູກສອນໄຟ​ອາກາດ​ສູ່​ອາກາດ​ແບບ AIM-120 AMRAAM, AIM-9X ຍິງ​ລູກ​ບອນລູນ​ລອຍ​ຟ້າຂອງ​ຈີນ. ລູກ​ສອນ​ໄຟ AIM-9X ແມ່ນ​ໜຶ່ງໃນລູກສອນໄຟທາງ​ອາກາດ​ທີ່​ທັນ​ສະໄໝ​ທີ່​ສຸດ​ໃນ​ກອງທັບ​ອາກາດ​ສະຫະລັດ ແລະ ​ເປັນລູກສອນໄຟນຳເປົ້າໝາຍດ້ວຍ​ ຄວາມ​ຮ້ອນ​ແບບ​ອິນ​ຟາ​ເຣດ​ ທີ່​ຂັບ​ເຄື່ອນ​ດ້ວຍ​ລະບົບ​ອາຍ​ພົ່ນລູກ​ສອນ​ໄຟ​ດັ່ງກ່າວມີ​ໄລຍະ​ຍິງ​ແຕ່ 1-35 ກິໂລແມັດ ແລະ ​ມີ​ປະຈຳການ​ໃນ​ກອງທັບ​ອາ ກາດ​ຂອງປະເທດ​ສະມາຊິກ​ຂອງ NATO. ເມື່ອລູກສອນໄຟ AIM-9X ຖືກຕິດ​ຕັ້ງ​ໃສ່​ກັບ​ເຮືອບິນ​ຮົບ F-22 ຈະເຮັດ​ໃຫ້​ລູກ​ສອນ​ໄຟ ​ສາມາດ​ຍິງ​ໄດ້​ໄລຍະ​ ໄກ​ເພີ່ມຂຶ້ນອີກ. ດ້ານໂຄສົກກະຊວງການຕ່າງປະເທດຈີນ ໄດ້ກ່າວຕອບໂຕ້ວ່າ: ສະຫະລັດເຮັດເກີນກວ່າເຫດຍິງບອນລູນຂອງພົນລະເຮືອນຕົກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/02/2023