ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປາ​ກິດ​ສະຖານ ເປີດ​ຕົວ​ລົດ​ຕັງ​ຫຼັກ​ທີ່​ຜະລິດ​ພາຍ​ໃນ​ປະເທດ


   ອຸດສາຫະກຳ​ປ້ອງ​ກັນ​ຊາດ ​ຂອງ​ປາ​ກິດສະຖານ​ໄດ້​ເປີດ​ຕົວ​ລົດ​ຕັງຫຼັກ​ຊື່ວ່າ; Haider ເປັນ​ລົດ​ຕັງ​ລຸ້ນ​ໃໝ່​ທີ່​ຜະລິດ​ຂຶ້ນ​ໃນ​ປະເທດ ໄດ້​ຖືກ​ນຳ​ມາ​ສະແດງ ​ໃນ​ງານ​ສະແດງ​ອຸປະກອນ​ທາງ​ທະຫານ ທີ່​ຈັດ​ຂຶ້ນ​ໃນ​ເມືອງ​ອາ​ບູ​ດາ​ບີ ປະເທດ​ສະຫະ​ອາລັບອາມິເລດ. ປາ​ກິດສະຖານ​ໃຊ້​ເວລາ​ຫຼາຍ​ປີ​ໃນ​ການ​ພັດທະນາ ແລະ ​ຜະລິດ​ລົດ​ຕັງ​ຕໍ່ສູ້​ຫຼັກ​ພາຍ​ໃນ​ປະເທດ​ທີ່​ມີ​ພື້ນຖານ​ຫຼັກ​ມາ​ຈາກ​ລົດ​ຕັງ​ ຂອງ​ຈີນ​ ລຸ້ນ Type 59. ສຳລັບ Haider ມີ​ອາວຸດ​ຫຼັກ​ເປັນ​ປືນ​ໃຫຍ່​ຂະ ໜາດ 125 ​ມມ 1 ກະບອກ​ ທີ່​ສາມາດ​ ຍິງ​ກະສຸນ​ໄດ້​ຫຼາຍ​ຊະນິດ​ເຊັ່ນ: ກະສຸນ​ໃຊ້​ຍິງເຈາະ​ສິ່ງ​ກຳ​ບັງ, ກະສຸນ​ບັນຈຸ​ທາດ​ລະເບີດ​ແຮງ​ດັນ​ສູງ, ກະສຸນ​ຕໍ່ຕ້ານ​ ລົດ​ຕັງ ແລະ​ ອາວຸດ​ປ່ອຍ​ນຳ​ວິຖີ. ນອກ​ນັ້ນ, ຍັງ​ມີ​ປືນ​ກົນ​ຂະໜາດ 7,62 ​ມມ 1 ກະບອກ, ສະຖານີ​ຄວບ​ຄຸມ​ໄລຍະ​ໄກ​ທີ່​ຕິດ​ຕັ້ງ​ຢູ່​ທາງ​ຫຼັງ​ລົດ ນອກ​​ນັ້ນ, ​ຍັງ​ມີ​ ປືນ​ກົນ​ໜັກ​ຂະໜາດ 12,7 ​ມມ ຕິດ​ຕັ້ງ​ຢູ່​ເທິງ​ໂຕ​ລົດ​ ເພື່ອໃຊ້​ຕອບ​ໂຕ້​ເຮືອບິນ​ຮົບ​ທີ່​ບິນ​ໃນ​ໄລຍະ​ໃກ້. ທັງ​ນີ້ Haider ຍັງ​ໄດ້​ຕິດ​ຕັ້ງ​ລະບົບ​ກັນ​ສະເທືອນ ເພື່ອ​ໃຫ້​ນັກຍິງ​ສາມາດ​ດັບ​ສູນ​ເປົາ​ໝາຍ​ໄດ້​ສະດວກ​ຂຶ້ນ, ສຳລັບ​ເຄື່ອງ​ຈັກ​ທີ່ຕິດຕັ້ງ​ໃສ່​ລົດ​ຄັນ​ນີ້​ມີ​ຄວາມ​ແຮງເຖິງ1.200 ແຮງ​ມ້າ ແລະ ​ສາມາດ​ປະຕິບັດ ​ການ​ໄດ້ 500 ກິໂລແມັດ ນອກ​ນັ້ນ ຍັງ​ໄດ້​ຕິດ​ຕັ້ງ​ອຸ​ປະກອນ​ທີ່​ທັນ​ສະໄໝ​ຢູ່​ພາຍ​ໃນ​ລົດ ເພື່ອ​ເຮັດ​ໃຫ້​ມັນ​ເປັນ​ລົດ​ຕັງ​ທີ່​ມີ​ຄວາມ​ສາມາດ​ໃນ​ສະໜາມຮົບ​ສະ ໄໝ​ໃໝ່.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/03/2023