ກອງທັບໂປໂລຍ ກຽມຊື້ລະບົບຈະຫຼວດ M-142 HiMARS ຈຳນວນຫຼາຍ
ຕາມການເປີດເຜີຍຂອງເວັບໄຊ້ການທະຫານຕ່າງປະເທດໃນວັນທີ 7 ກຸມພາວ່າ: ສະຫະລັດອາເມຣິກາ ໄດ້ອະນຸມັດຂາຍລະບົບຈະຫຼວດ M-142
HiMARS ຈຳນວນ 18 ຊຸດ ແລະ ອຸປະກອນທີ່ສະໜັບສະໜູນລະບົບດັ່ງກ່າວ ໃຫ້ກັບກອງທັບໂປໂລຍຕາມການສັ່ງຊື້ຂອງລັດຖະບານໃນງົບປະມານ ປະ
ມານ 1 ລ້ານໂດລາສະຫະລັດ. ຕາມຂໍ້ມູນຈາກແຫຼ່ງຂ່າວໃຫ້ຮູ້ວ່າ, ລັດຖະບານໂປໂລຍໄດໃຊ້ງົບປະມານຈຳນວນຫຼາຍໃນການຈັດຊື້ອາວຸດຄັ້ງນີ້, ເຊິ່ງນອກ
ຈາກລະບົບຈະຫຼວດ M-142 HiMARS ຈຳນວນ 18 ຊຸດແລ້ວຍັງມີຮາງບັນຈຸຈະຫຼວດ ຈຳນວນ 168 ຊຸດ, ລະບົບອາວຸດປ່ອຍນຳວິຖີທາງຍຸດ
ທະວິທີຂອງກອງທັບບົກຈຳນວນ 45 ຊຸດ, ອາວຸດທີ່ໃຊ້ລະບົບຂັບເຄື່ອນຕຳ່ ຈຳນວນ 521 ຊຸດ ແລະ ຈະຫຼວດຊະນິດອື່ນໆອີກຈຳນວນຫຼາຍ. ນອກຈາກນີ້,
ກອງທັບໂປໂລຍ ຍັງໄດ້ສັ່ງຊື້ຈະຫຼວດສຳລັບເຝິກຊ້ອມທີ່ມີຕົ້ນທຶນຕ່ຳ, ອຸປະກອນການສື່ສານ, ອາໄຫລ່ ແລະ ອຸປະກອນສ້ອມແປງ, ໝໍ້ໄຟ, ຄອມພິວເຕີ
ສຳລັບຄວບຄຸມລະບົບຈະຫຼວດ ແລະ ຈຳລອງຮູບແບບການເຝິກຊ້ອມໃຫ້ແກ່ບຸກຄະລາກອນ ແລະ ອື່ນໆ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/02/2023