ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ເດຍ ເລີ່ມ​ທົດ​ສອບ MiG-29K ກັບ​ເຮືອ​ບັນທຸກ​ເຮືອບິນ


  ຕາມ​ການ​ເປີດເຜີຍ​ຂອງເວັບໄຊ​​້ການ​ທະຫານ​ເມື່ອ​ບໍ່​ດົນ​ມານີ້​ໃຫ້ຮູ້​ວ່າ: ກອງທັບເຮືອອິນ​ເດຍ​ເລີ່ມ​ທົດ​ສອບເຮືອບິນ MiG-29K ໃນ​ການບິນ​ຂຶ້ນ ​ແລະ ​ລົງ
​ຈອດ​ຢູ່​ເທິງ​ກໍາປັ່ນ​ບັນທຸກ​ເຮືອບິນ​ຊັ້ນ INS Vikrant. MiG-29K ເປັນ​ເຮືອບິນ​ຂັບ​ໄລ່​ອະເນກ​ປະສົງ​ແບບ​ສອງ​ເຄື່ອງ​ຈັກ​ລຸ້ນ​ທີ່​ສີ່ ທີ່​ພັດທະນາ​ໂດຍນັກ​ອອກ ​ແບບ Mikoyan ຂອງ​ສະຫະພາບ​ໂຊ​ຫວຽດ​ ເປັນ​ລຸ້ນ​ໃຊ້​ງານ​ທາງ​ທະເລ ແລະ ​ໄດ້​ຮັບການ​ອອກ​ແບບ​ມາ​ສຳລັບ​ປະຕິບັດ​ການ​ຢູ່​ເທິງ​ກໍາປັ່ນ​ບັນທຸກ​ເຮືອບິນ ​ໂດຍ​ສະເພາະຄວາມ​ຈິງ​ແລ້ວເຮືອບິນ​ລຸ້ນ​ນີ້​ໄດ້​ມີ​ການ​ເປີດ​ໂຕ​ໃນຊ່ວງ​ທ້າຍ​ປີ ແລະ ​ເຂົ້າ​ປະຈຳການ​ໃນ​ກອງທັບ​ເຮືອ​ຣັດ​ເຊຍ ​ຕັ້ງແຕ່​ປີ 1990. MiG-29K ຕິດ​ຕັ້ງ​ອາວຸດ ແລະ ​ລະບົບ​ຂັ້ນ​ສູງ​ຫຼາຍ​ຊະນິດ​ເຊັ່ນ: ປືນ​ໃຫຍ່​ຂະໜາດ 30 ​ມມ, ອາວຸດ​ປ່ອຍ​ນຳ​ຖີ​ອາກາດ​ສູ່​ອາກາດ ແລະ ​ອາກາດ​ສູ່​ພື້ນ, ລູກ​ລະເບີດ​ອະເນກ
ປະສົງ, ​ຣາດາ​ຂັ້ນ​ສູງ ແລະ ​ລະບົບ​ເອ​ເລັກ​ໂຕຼ​ນິກ. ເຮືອບິນ​ລຳ​ນີ້ສາມາດປະຕິບັດການໄດ້​ຫຼາຍຮູບແບບ​ເຊັ່ນ: ການ​ລາດຕະເວນ, ຕໍ່ສູ້​ທາງ​ອາກາດ, ຕໍ່ສູ້​ສົງ ຄາມ​ເອ​ໂຕຼ​ນິກ ທັງ​ສາມາດ​ປະຕິບັດ​ການບິນ​ໄດ້ 1.500 ກິໂລແມັດ. ກອງທັບ​ເຮືອ​ອິນ​ເດຍ​ໄດ້​ຈັດ​ຫາ MiG-29K ເພື່ອ​ປະຈຳການ​ເທິງ​ເຮືອ INS Vikrant ແລະ ​ມັນ​ຈະ​ເປັນ​ເຮືອບິນ​ຂັບ​ໄລ່​ປະຈຳ​ກອງທັບ​ເຮືອ ສຳລັບ​ເຮືອບິນ​ລຸ້ນ​ນີ້​ເຖິງ​ວ່າ​ຈະ​ມີ​ການ​ອອກ​ແບບ​ມາ​ແຕ່ 1980 ແຕ່​ມັນ​ກໍ່​ໄດ້​ມີ​ການ​ປັບປຸງ​ມາ​ຢ່າງ​ຕໍ່​ ເນື່ອງ ແລະ​ ເຮັດ​ໃຫ້​ມັນ​ເປັນ​ເຮືອບິນ​ຂັບ​ໄລ່​ທີ່​ທັນ​ສະໄໝ​ໃນ​ປັດຈຸບັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/03/2023