ກອງທັບອາກາດສະຫະລັດ ເຝິກນັກບິນ AI ຂັບເຮືອບິນຮົບ
ປັດຈຸບັນການພັດທະນາດ້ານ ເຕັກໂນໂລຢີ ເພື່ອໃຫ້ມີສ່ວນຮ່ວມເກືອບໃນທຸກຂະແໜງວຽກງານ ຂອງມະນຸດແມ່ນມີຄວາມກ້າວໜ້າທີ່ສຸດ ແລະ ໄດ້ເຫັນ
ສິ່ງໃໝ່ໆເກີດຂຶ້ນຢູ່ຕະຫລອດເວລາ ໂດຍສະເພາະແມ່ນການພັດທະນາຫຸ່ນຍົນ ຫລື AI. ຫຼ້າສຸດກອງທັບອາກາດສະຫະລັດອາເມຣິກາ ໄດ້ດຳເນີນແຜນການ
ເຝິກແອບຫຸ່ນຍົນເຂົ້າໃນວຽກງານການທະຫານ ດ້ວຍການນຳໃຊ້ຫຸ່ນຍົນຂັບເຄື່ອງບິນຮົບແທນມະນຸດ. ພາລະກິດນີ້, ແມ່ນຢູ່ພາຍໃຕ້ໂຄງການຕໍ່ສູ້ທາງອາ
ກາດຂອງກອງທັບສະຫະລັດ ເຊິ່ງເປັນໂຄງການພັດທະນາດ້ານເຕັກໂນໂລຢີປ້ອງກັນປະເທດຂອງສະຫະລັດ ດ້ວຍໂຄງການດັ່ງກ່າວໄດ້ນຳໃຊ້ເຄື່ຶຶອງບິນ Vista
X-A ທີ່ພັດທະນາ ໂດຍບໍລິສັດຜະລິດອາວຸດລາຍໃຫຍ່ຂອງສະຫະລັດ. ຕາມການເປີດເຜີຍຂອງບໍລິສັດຜູ້ຜະລິດວ່າ: ໂຄງການນຳໃຊ້ຫຸ່ນຍົນບັງຂັບແມ່ນ
ໄດ້ມີການທົດລອງບິນຢູ່ໃນສະໜາມບິນໃນລັດຄາ ລິຟໍເນຍ ສະເລ່ຍເວລາການທົດລອງປະມານ 17 ຊົ່ວໂມງ ແລະໃນລະວ່າງການບິນທົດສອບສະແດງ
ໃຫ້ເຫັນວ່າລະບົບ AI ສາມາດປະຕິບັດການໄດ້ດີຄ້າຍຄືກັບນັກບິນທີ່ເປັນມະນຸດເລີຍ ນອກຈາກນີ້, ທາງທີມງານຍັງໄດ້ມີການຈຳລອງເຫດການຕ່າງໆ
ທີ່ເກີດຂຶ້ນໃນເວລາສູ້ຮົບປະກົດວ່າຫຸ່ນຍົນສາມາດຕອບໂຕ້ໄດ້ທຸກສະຖານະການ. ຢ່າງໃດກໍຕາມ, ການທົດລອງໃນຄັ້ງນີ້ໄດ້ມີນັກບິນທີ່ເປັນມະ ນຸດນັ່ງໄປ
ນຳ ເພື່ອປ້ອງກັນເວລາເກີດບັນຫາທາງດ້ານເຕັກນິກ ທັງນີ້ກໍເພື່ອທົດລອງການເຮັດວຽກແບບປະສົມປະສານລະຫວ່າງຫຸ່ນຍົນກັບຜູ້ຄວບຄຸມ. ໃນອະນາຄົດ
ທາງຜູ້ຜະລິດວາງແຜນໃຊ້ເຕັກໂນໂລຢີນີ້ຮັບມືກັບການໂຈມຕີໃນໄລຍະໃກ້ ອີກທັງຍັງຊ່ວຍຫຼຸດຄວາມສ່ຽງໃຫ້ກັບມະນຸດອີກດ້ວຍ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/02/2023