ອາກຊັງຕິນ ເປີດຕົວຍົນຂັບໄລ່ F-16AM/BM ມືສອງ ລໍາທໍາອິດ
ກອງທັບອາກາດອາກຊັງຕິນ ໄດ້ເປີດເຜີຍຍົນຂັບໄລ່ ລັອກຮີດ ມາຕິນ F-16AM/BM Fighting Falcon ມືສອງ ລຳທຳອິດຂອງຕົນ,
ໂດຍຍົນ F-16AM/BM Block 15 ນີ້ ໄດ້ສັ່ງຊື້ເພີ່ມອີກຈຳນວນ 24 ລໍາ ຈາກດານມາກ ແລະ ກຽມສົ່ງມອບໃນຕົ້ນເດືອນທັນວາ 2025. ສໍາ
ລັບການສົ່ງມອບກ່ອນແມ່ນຍົນຂັບໄລ່ສອງບ່ອນນັ່ງ F-16BM Block 15 ຈໍານວນ 4 ລໍາ ແລະ ຍົນຂັບໄລ່ບ່ອນນັ່ງດຽວ F-16AM Block 15
ຈໍານວນ 2 ລໍາ.
ອາກຊັງຕິນ ໄດ້ສຳເລັດການບັນລຸຂໍ້ຕົກລົງທີ່ຈະສັ່ງຊື້ຍົນຂັບໄລ່ F-16AM/BM ສ່ວນເກີນຈາກ ດານມາກ ໂດຍມີການລົງນາມສັນຍາໃນ
ເດືອນເມສາ 2024. ກອງທັບອາກາດດານມາກ ກໍາລັງທົດແທນຝູງຍົນຂັບໄລ່ F-16AM/BM ຈຳນວນ 40 ລໍາ ຂອງຕົນດ້ວຍຍົນຂັບໄລ່ ລັອກ
ຮີດ ມາຕິນ F-35A Lightning II Joint Strike Fighter(JSF) ຈຳນວນ 27 ລໍາ.
ສໍາລັບຍົນຂັບໄລ່ສອງບ່ອນນັ່ງ F-16BM Block10 ທີ່ຖືກຈັດວາງສະແດງໃນພິທີຫຼ້າສຸດເຊິ່ງມີລວດລາຍ ແລະ ເຄື່ອງໝາຍກອງທັບອາກ
ຊັງຕິນ ຢ່າງເຕັມຮູບແບບ ແລະ ໄດ້ສະແດງການຕິດຕັ້ງອາວຸດຫຼາຍຮູບແບບກັບຕົວຍົນ ລວມທັງອາວຸດປ່ອຍນຳວິຖີ
ຈາກອາກາດສູ່ອາກາດ ໄລຍະ
ກາງ ລຸ້ນ AIM-120B AMRAAM, ອາວຸດປ່ອຍນຳວິຖີຈາກອາກາດສູ່ອາກາດໄລຍະໃກ້ ລຸ້ນ AIM-9M Sidwinder, ລະເບີດນຳວິຖີປ່ອຍ
ຈາກຍົນ FAS-850 Dardo ທີ່ອາກຊັງຕິນ ພັດທະນາຂຶ້ນມາເອງພາຍໃນປະເທດ ແລະ ຖັງໃສ່ນໍ້າມັນເຊື້ອໄຟສຳຮອງພາຍນອກ ຂະໜາດບັນ
ຈຸ ປະມານ 1.400 ລິດ.
ແຫຼ່ງທີ່ມາ: ຂກທ
ວັນທີ 01/04/2025