ຣັດເຊຍ ທົດລອງລູກສອນໄຟຂັ້ນສູງ ລຸ້ນ 3M22 ເຊີຄອນ
ລູກສອນໄຟຄວາມໄວກວ່າສຽງ ລຸ້ນ Zircon
ກະຊວງປ້ອງກັນປະເທດຣັດເຊຍ ໄດ້ເຜີຍແຜ່ພາບການທົດລອງຍິງລູກສອນໄຟຄວາມໄວກວ່າສຽງ ລຸ້ນ 3M22 ເຊີຄອນ (Zircon)
ທີ່ຍິງຈາກກຳ ປັ່ນຮົບ. ນີ້ຖືເປັນການພັດທະນາຄັ້ງສຳຄັນ ແລະ ຢືນຢັນເຖິງຄວາມສາມາດໃນການພັດທະນາອາວຸດຍຸດໂທປະກອນຂອງຣັດ
ເຊຍ.
ລູກສອນໄຟຄວາມໄວກວ່າສຽງ ລຸ້ນ Zircon ໄດ້ນຳສະເໜີຄັ້ງທຳອິດ ໂດຍທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ເມື່ອປີ
2018. ລູກສອນໄຟລຸ້ນນີ້ໄດ້ຜ່ານໄລຍະການທົດສອບຢ່າງເຂັ້ມງວດໃນທ້າຍປີ 2020, ຈາກນັ້ນໄດ້ບັນລຸຜົນສຳເລັດຫຼາຍດ້ານດ້ວຍການຍິງ
ທົດລອງຈາກກຳປັ່ນ ແລະ ເຮືອດຳນ້ຳ ໃນປີ 2021. ລູກສອນໄຟລຸ້ນນີ້ ຖືເປັນອາວຸດທີ່ມີຄວາມທັນສະໄໝ ແລະ ໂດດເດັ່ນ, ໄດ້ຖືກກຳນົດ
ໃຫ້ເປັນ ລຸ້ນ SSN33 ຕາມມາດຕະຖານຂອງ NATO, ເປັນລູກສອນໄຟທີ່ມີຄວາມໄວສູງເຖິງປະມານ 11.000 ກິໂລແມັດຕໍ່ຊົ່ວໂມງ,
ສາມາດໂຈມຕີເປົ້າໝາຍໃນໄລຍະທາງໄກພາຍໃນ 2-3 ນາທີ ພາຍຫຼັງທີ່ຍິງອອກໄປ.
ລູກສອນໄຟດັ່ງກ່າວ, ມີໄລຍະຍິງໄກເຖິງ 1.000 ກິໂລແມັດ, ຂຶ້ນກັບເສັ້ນທາງການບິນຢູ່ໃນລະດັບຄວາມສູງຕ່ຳ, ມີລະບົບນຳທາງສອງ
ຂັ້ນຕອນປະກອບມີ: ລະບົບບູສເຕີເຊື້ອໄຟແຮງ ແລະ ລະບົບເຄື່ອງຈັກ ລຸ້ນ scramjet ສາມາດເພີ່ມຄວາມໄວໄດ້. ລູກສອນໄຟລຸ້ນນີ້, ສາ
ມາດບັນຈຸຫົວຮົບແບບທຳມະດາ ແລະ ນິວເຄລຍໄດ້ ພ້ອມທັງສາມາດຕິດຕັ້ງຖານຍິງໃສ່ຫຼາຍພາຫະນະໄດ້ ເຊັ່ນ: ກຳປັ່ນດຳນ້ຳ, ເຮືອໜ້ານ້ຳ
ແລະ ພາຫະນະທາງບົກ.
ແຫຼ່ງທີ່ມາ: ຂກທ
ວັນທີ 10/12/2024