
ກຸ່ມບໍລິສັດ PGZ ໄດ້ຮັບສັນຍາໃໝ່ມູນຄ່າ 1,8 ຕື້ເອີໂຣ
ສຳລັບຍານເກາະ IFV Borsuk ຊຸດທີສອງ

ຕາມຂ່າວການທະຫານຕ່າງປະເທດລາຍງານວ່າ: ອົງການຈັດຊື້ດ້ານອາວຸດຍຸດໂທປະກອນກອງທັບຂອງໂປໂລຍ ໄດ້ເຊັນ ສັນຍາກັບກຸ່ມ
ບໍລິສັດວິສາຫະກິດຂອງລັດທີ່ນຳໂດຍກຸ່ມ PGZ ສຳລັບຊື້ຍານເກາະ Borsuk (IFV) ຊຸດທີສອງທີ່ພັດທະນາພາຍໃນປະເທດ.
ພາຍໃຕ້ສັນຍາ PGZ ຈະສົ່ງມອບຍານເກາະ Borsuk ຈຳນວນ 146 ຄັນໃຫ້ ແກ່ກອງທັບໂປໂລຍພາຍໃນປີ 2030. ຂໍ້ຕົກລົງດັ່ງກ່າວ
ມີມູນ ຄ່າປະມານ 1,8 ຕື້ເອີໂຣ ແລະ ຈະໄດ້ຮັບທຶນຈາກເງິນກູ້ຂອງສະຫະພາບເອີຣົບໃຫ້ແກ່ໂປໂລຍ ພາຍໃຕ້ເຄື່ອງມື SAFE. ອີງຕາມການ
ລາຍງານຂອງອຸດສາຫະກຳປ້ອງກັນປະເທດເອີຣົບໃຫ້ຮູ້ວ່າ, PGZ ໄດ້ຮັບສັນຍາເບື້ອງຕົ້ນສຳລັບການຜະລິດຍານເກາະ Borsuk ໃນເດືອນມີ
ນາ 2025. ພາຍໃຕ້ຂໍ້ຕົກລົງ, ກອງທັບ ໂປໂລຍ ຈະໄດ້ຮັບລົດທັງໝົດ 111 ຄັນພາຍໃນທ້າຍປີ 2029. Borsuk ແມ່ນຍານເກາະຕໍ່ສູ້ຂອງທະ
ຫານຮາບ (IFV) ທີ່ທັນສະໄໝທີ່ສຸດທີ່ພັດທະນາໂດຍໂປໂລຍ. ພ້ອມດ້ວຍລະບົບປືນໃຫຍ່ຄວບຄຸມໄລຍະໄກ ZSSW-30, ປືນໃຫຍ່ອັດຕະ
ໂນມັດ Bushmaster Mk44S ຂະໜາດ 30 ມມ ແລະ ລູກສອນໄຟຕ້ານລົດຕັງ Spike, Borsuk ເປັນພາຫະນະຕໍ່ສູ້ຂອງທະຫານຮາບ
ພຽງລຳດຽວໃນເອີຣົບ, ເຊິ່ງເປັນລັກສະນະພິເສດທີ່ເກີດຈາກຄວາມຕ້ອງການສະເພາະທີ່ກຳນົດໂດຍກອງທັບໂປໂລຍ.
ເມື່ອບໍ່ດົນມານີ້, ກຸ່ມບໍລິສັດ PGZ ໄດ້ເລີ່ມນຳສະເໜີ Borsuk ເຂົ້າສູ່ຕະຫຼາດເອີຣົບ, ໂດຍມີຈຸດປະສົງ ເພື່ອຮັບປະກັນສັນຍາສົ່ງອອກ
ຄັ້ງທຳອິດໃນຕົ້ນເດືອນນີ້.
ແຫຼ່ງທີ່ມາ: ຂກທ
ວັນທີ 15/06/2026