ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ HDT Robotics ໄດ້​ສົ່ງ​ມອບ​ພາຫະນະ
ພາກ​ພື້ນ​ບໍ່ມີ​ຄົນ​ຂັບ Hunter WOLF ໃຫ້​ແກ່ ກອງທັບ​ບົກ​ສະຫະລັດ

     ຂ່າວ​ປ້ອງ​ກັນ​ຊາດ​​ເອີ​ຣົບ ກ່າວ​ວ່າ: ລົດ Hunter WOLF ແມ່ນ​ຍານພາຫະນະ​ຫຸ່ນ​ຍົນ​ອະເນກ​ປະສົງ ທີ່​ຖືກ​ອອກ​ແບບ​ເພື່ອຫຼຸດ
ຜ່ອນ​ພາລະ​ຂອງ​ທະຫານ ແລະ ເພີ່ມ​ໄລຍະ​ເວລາ​ໃນ​ການ​ປະຕິບັດ​ພາລະກິດ ໂດຍ​ສາມາດ​ນຳ​ໃຊ້​ເປັນພາຫະນະ​ຂົນສົ່ງ​ສະບຽງ​ລະບົບ​ສື່
ສານ, ອົບ​ພະ​ຍົບ​ຜູ້​ບາດເຈັບ​ພາລະກິດ​ຂ່າວ​ກອງ, ສອດແນມ ແລະ ລາດຕະເວນ (ISR) ໃນ​ຂັ້ນຕອນເບື້ອງຕົ້ນຈະໄດ້​ເຝິກ​​ການ​ໃຊ້​
ງານ, ການ​ບຳລຸງ​ຮັກສາ ແລະ ການ​ປັບ​ແຕ່ງ​ໂມ​ດູນ​ບັນທຸກ​ຫຼາຍ​ຮູບ​ແບບ ພ້ອມ​ທັງ​ສາທິດ​ຄວາມ​ສາມາດ​ຂັບ​ເຄື່ອນ​ແບບ​ອັດຕະໂນ
ມັດ ແລະ ການ​ເຄື່ອນ​ຍ້າຍ​ຜູ້​ບາດເຈັບ​ໃນ​ສະໜາມຮົບ.

     ບໍລິສັດ​ລາຍ​ງານ​ວ່າ: ລົດ Hunter WOLF ໃຊ້​ຊິ້ນ​ສ່ວນ​ທີ່​ຫາ​ຊື້​ໄດ້​ທົ່ວ​ໄປ ເພື່ອ​ໃຫ້​ສະດວກ​ຕໍ່​ການ​ບຳລຸງ​ຮັກສາ​ໃນ​ພາກ​ສະໜາມ
ແລະ ເພີ່ມ​ຄວາມ​ພ້ອມ​ໃນ​ການ​ປະຕິບັດ​ໜ້າທີ່ ພ້ອມ​ທັງ​ຊ່ວຍ​ຫຼຸດ​ຄວາມ​ສ່ຽງ ຂອງ​ກຳລັງ​ພົນ ແລະ ອະນຸຍາດ​ໃຫ້​ທະຫານ​ປະຕິບັດ​ໜ້າທີ່​
ໃນ​ໄລຍະ​ທີ່​ປອດ​ໄພ​ຈາກ​ໄພ​ຄຸກ​ຄາມ ທ່ານ ທັອມ ເວັນ ໂດ​ເຣັນ ປະທານ​ຝ່າຍ​ຫຸ່ນ​ຍົນ​ຂອງ HDT Robotics ກ່າວ​ວ່າ ບໍລິສັດ​ມຸ່ງ​ໝັ້ນ​
ການ​ພັດທະນາ​ຂີດ​ຄວາມ​ສາມາດ​ທີ່​ຊ່ວຍ​ໃຫ້​ທະຫານ​ປະ ຕິບັດ​ພາລະກິດ​ໄດ້​ດີ​ຂຶ້ນ, ພ້ອມ​ຫຼຸດ​ຄວາມ​ສ່ຽງ​ທີ່​ພວກ​ເຂົາ​ຕ້ອງ​ປະ​ເຊີນ​ໜ້າ​ໃນ​
ສະໜາມຮົບ​ຕົວ​ຈິງ. ການ​ທົດ​ລອງ ໄດ້​ຜ່ານ​ການກວດສອບ​ຢ່າງ​ເຂັ້ມ​ງວດ ແລະ ພ້ອມ​ທີ່​ຈະ​ປະຕິບັດ​ພາລະກິດໃນ​ສະໜາມຮົບຕົວຈິງ.

ແຫຼ່ງທີ່ມາ: ຂກທ
ວັນທີ 18/08/2026