
ຍີ່ປຸ່ນ ຫາລືກ່ຽວກັບການຂາຍຂີປະນາວຸດແບບໂຈມຕີໃຫ້ຟິລິບປິນ

ສຳນັກຂ່າວ ຊິນຮວາ ລາຍງານໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດຍີ່ປຸ່ນເລີ່ມດຳເນີນການປຶກສາຫາລືກ່ຽວກັບການຂາຍຂີປະນາ
ວຸດຕ້ານກຳປັ່ນຖານຊາຍຝັ່ງແບບ 88 (SSM-1) ຂອງກອງປ້ອງກັນຕົວເທິງບົກຍີ່ປຸ່ນຕໍ່ຟິລິບປິນ., ກ່ຽວກັບເລື່ອງນີ້, ທ່ານ ໂຄອິຈຸມິ
ຊິນຕິໂຣະ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນກ່າວໃນມື້ດຽວກັນວ່າ: ວຽກທີ່ກ່ຽວຂ້ອງຍັງບໍ່ທັນຕົກລົງເທື່ອ. ລັດຖະບານຍີ່ປຸ່ນ
ໄດ້ຜ່ານມະຕິໃນວັນທີ 21 ເມສາຜ່ານມາ, ໂດຍຈະອະນຸຍາດໃຫ້ຂາຍອາວຸດລ້າງຜານຕໍ່ຕ່າງປະເທດ. ວັນທີ 6 ພຶດສະພານີ້, ຂີປະນາ
ວຸດຕ້ານກຳປັ່ນຖານຊາຍຝັ່ງແບບ 88 ໄດ້ຖືກຍິງໃນການຊ້ອມຮົບຮ່ວມ “ບາລີກາຕັນ” ລະຫວ່າງອາເມຣິກາ-ຟິລິບປິນ, ເຊິ່ງແມ່ນຄັ້ງ
ທຳອິດທີ່ຍີ່ປຸ່ນຍິງຂີປະນາວຸດໂຈມຕີຢູ່ຕ່າງປະເທດພາຍຫຼັງສົງຄາມໂລກຄັ້ງທີສອງ. ຂີປະນາວຸດຕ້ານກຳປັ່ນຖານຊາຍຝັ່ງແບບ 88
ແມ່ນອາວຸດຕ້ານກຳປັ່ນລຸ້ນທີສອງທີ່ຍີ່ປຸ່ນຄົ້ນຄວ້າຜະລິດເອງ, ໄລຍະການຍິງແມ່ນ 150-180 ກິໂລແມັດ.
ແຫຼ່ງທີ່ມາ: ຂກທ
ວັນທີ 19/08/2026