ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

Kaman 22 ເຮືອບິນ​ແບບ​ບໍ່​ມີ​ຄົນ​ຂັບ​ລຸ້ນ​ຫຼ້າ​ສຸດ​ ທີ່ ​ອີ​ຣານ ນຳ​ເຂົ້າ​ປະຈຳການ



     ກອງທັບ​ອິດ​ສະ​ລາມ ອີ​ຣານ​ ເປັນ​ອີກ​ໜຶ່ງ​ກອງທັບ​ທີ່​ມີ​ແສນ​ຍານ​ນຸ​ພາບ​ທາງ​ການ​ທະຫານ​ເປັນ​ອັນ​ດັບ​ຕົ້ນໆ​ຂອງ​ໂລກ, ໂດຍສະເພາະ​ແມ່ນ​ກອງທັບ
​ອາກາດ​ ອີ​ຣານ ​ທີ່​ຍາມ​ໃດ​ກໍ​ໄດ້​ພັດທະນາ​ເຮືອ​ບິນ​ສູ້ຮົບ​ໃນ​ຮູບ​ແບ​ບທີ່​ມີ​ຄົນ​ຂັບ ແລະ ບໍ່​ມີ​ຄົນ​ຂັບ, ເຊິ່ງ​ໃນ​ປັດຈຸບັນ​ນີ້​ມີ​ເຮືອບິນແບບ​ບໍ່​ມີ​ຄົນ​ຂັບ​ທີ່​ປະ
ຈຳການ​ໃນ​ກອງທັບ​ແລ້ວ ປະມານ 33 ລຸ້ນ​ໜຶ່ງ​ ໃນ​ນັ້ນ​ກໍ​ຄື Kaman 22 ເຊິ່ງ​ເປັນ​ເຮືອບິນ​ແບບ​ບໍ່​ມີ​ຄົນ​ຂັບ​ລຸ້ນ​ຫຼ້າ​ສຸດ​ທີ່​ ອີ​ຣານ ນຳ​ເຂົ້າ​ປະຈຳການ ແລະ ໄດ້​ມີ​ການ​ທົດ​ລອງ​ປະສິດທິພາບ​ດ້ານ​ອາວຸດ ແລະ ຂີດ​ຄວາມ​ສາມາດຕ່າງໆ​ແລ້ວ​ຫຼາຍ​ຄັ້ງ.

     ສຳລັບເຮືອບິນ​ແບບ​ບໍ່​ມີ​ຄົນ​ຂັບ​ລຸ້ນ Kaman 22 ນີ້, ຖືກ​ອອກ​ແບບ​ເມື່ອ 2017 ແລະ ສຳ ເລັດ​ການຜະລິດ, ພ້ອມດ້ວຍການທົດລອງການບິນ​ໃນ​ປີ 2021, ຫຼັງຈາກນັ້ນກໍຖືກ​ນຳ​ເຂົ້າ​ປະຈຳການ​ໃນ​ກອງທັບ​ໂດຣນ​ໃນ​ປີ 2022. ເຮືອບິນດັ່ງກ່າວ​ມີ​ນ້ຳໜັກ ປະມານ 3 ໂຕນ, ໂຈມ​ຕີ​ໃນ​ໄລຍະໄກ​ສຸດ 300 ກິໂລແມັດ, ບິນ​ສູງ​ຈາກ​ໜ້າດິນ​ໄດ້​ປະມານ 24 ກິໂລແມັດ, ສາມາດ​ຕິດ​ຕັ້ງ​ອາວຸດ, ລູກ​ສອນ​ໄຟ ໄລຍະ​ໃກ້ ແລະ ກາງ​ໄດ້, ມີ​ປະສິດທິພາບ​ສູງ​ໃນ​ການ​ໂຈມ ​ຕີ ແລະ ທຳລາຍ​ລ້າງ​ເປົ້າ​ໝາຍ, ທີ່​ສຳຄັນ​ເຮືອ ບິນດັ່ງກ່າວ​ສາມ​າດລົບ​ຫຼີກ​ຄື້ນ​ຣ​າດາ​ຂອງ​ຝ່າຍ​ກົງກັນຂ້າມ​ໄດ້ ນອກ​ຈາກ​ນີ້, ​ຮູບຊົງ​ຂອງເຮືອບິນ​ຈະ​ແຕກ​ຕ່າງ ​ ຈາກ​ລຸ້ນ​ຜ່ານໆ​ມາ ເພາະມີ​ລະບົບ​ການຄວບ​ຄຸມທີ່​ຄຳນວນ​ຄ່າ​ຕ່າງໆໃນ​ການໂຈມ​ຕີ​ເປົ້າ​ໝາຍແບບ​ອັດຕະໂນມັດ ແລ້ວ​ສົ່ງ​ມາ​ຍັງ​ສູນ​ບັນ​ຊາການ ເພື່ອ​ລໍຖ້າ​ ຄຳ​ສັ່ງ​ຢືນ​ຍັນ​ອີກ​ເທື່ອ​ໜຶ່ງ.

     

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/09/2022