ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ ສຳເລັດການທົດລອງລູກສອນໄຟ Agni-V


    ສຳນັກຂ່າວເຈມລາຍງານ ໃນວັນທີ 17 ທັນວານີ້ວ່າ: ກອງບັນຊາການກຳລັງຍຸດທະສາດ ອິນເດຍ (SFC) ໄດ້ດຳເນີນການທົດລອງລູກສອນໄຟ Agni-V ໄລຍະກາງ (IRBM) ຈາກເກາະອັບດູກາລຳແຄມຝັ່ງທະເລຕາເວັນອອກສ່ຽງເໜືອຂອງໂອດິດຊາ. ເຈົ້າໜ້າທີ່ອາວຸໂສຂອງກອງທັບອິນເດຍກ່າວ
ວ່າ: ກອງບັນຊາການກຳລັງຍຸດທະສາດອິນເດຍ SFC ໄດ້ກວດສອບໄລຍະການປະຕິບັດງານຂອງລູກສອນໄຟນຳວິຖີດ້ວຍຄວາມລະອຽດສູງ ກ່ອນທີ່ຈະ ນຳໄປທົດລອງຍິງໃນສະຖານທີ່ກະກຽມໄວ້ ຜ່ານການທົດລອງເຫັນວ່າລູກສອນໄຟລຸ້ນດັ່ງກ່າວ ສາມາດຍິງໄດ້ໃນໄລຍະໄກປະມານ 5.500 ກິໂລແມັດ, ກ່ອນທີ່ມັນຈະໄປທຳລາຍເປົ້າໝາຍທີ່ກຳນົດໄວ້ກ່ອນໜ້າໄດ້ຢ່າງຖືກຕ້ອງ. ຖືໄດ້ວ່າການທົດລອງຄັ້ງນີ້ໄດ້ຮັບຜົນສຳເລັດ ແລະ ໄດ້ຮັບຄວາມຖືກຕ້ອງຕາມ ການຄາດຄະເນຂອງຜູ້ຊ່ຽວຊານດ້ານລູກສອນໄຟ Agni-V. ລູກສອນໄຟ Agni-V ຖືກຜະລິດໂດຍບໍລິສັດ ບາຣັດ ໄດນາ ມິກ ຈຳກັດ, ໂດຍມັນມີນ້ຳ ໜັກປະມານ 50-56 ໂຕນ, ລວງຍາວ 17,5 ແມັດ, ລວງກວ້າງ 2 ແມັດ, ສາມາດຍິງດ້ວຍຄວາມໄວສູງສຸດ 8,17 ກິໂລແມັດຕໍ່ວິນາທີ, ຂົນສົ່ງດ້ວຍລົດ ບັນທຸກທາງການທະຫານຂະໜາດ 8x8.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/12/2022