ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

IRIS-T SLM ລະບົບ​ປ້ອງ​ກັນ​ໄພ ​ຈາກພື້ນ​ສູ່​ອາກາດ​ຂອງ​ກອງທັບ​ເຢຍ​ລະ​ມັນ


    IRIS-T SLM ເປັນ​ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ​ແບບ 360 ອົງສາ ທັງ​ສາມາດ​ສະກັດ​ກັ້ນ ແລະ​ ທຳລາຍ​ເຮືອບິນ​ສູ້​ຮົບ, ເຮລິ​ກົບ​ແຕ, ອາວຸດ​ປ່ອຍ​ນຳ​ ວິຖີ​ຮ່ອນ ແລະ ​ອາວຸດ​ນຳ​ວິຖີ ທັງ​ສາມາດ​ສະກັດ​ກັ້ນ​ໄດ້​ຫຼາຍ​ເປົ້າ​ໝາຍ​ດ້ວຍ​ໄລຍະ​ໄກ້ ແລະ​ ກາງຜະລິດ​ໂດຍ​ບໍລິສັດ Diehl Defence ຂອງ​ເຢຍ​ລະ​ມັນ. ສຳລັບ​ລະບົບ​ປ້ອງ​ກັນ​ໄພທາງ​ອາກາດ​ລຸ້ນ​ນີ້​ ແມ່ນ​ຖືກ​ພັດທະນາ​ຕໍ່​ຍອດ​ມາ​ຈາກ IRIS-T ສຳ ລັບ​ຕໍ່ຕ້ານ​ແບບ​ອາກາດ​ສູ່​ອາກາດ​ໃນ​ໄລຍະ​ໃຫ້ ແລະ ​ໄລຍະ​ ກາງ ເຊິ່ງ​ກ່ອນ​ໜ້າ​ນີ້​ມັນ​ຖືກ​ອອກ​ແບບ​ມາ​ເພື່ອ​ທົດ​ແທນ​ລະບົບ​ອາວຸດ​ປ່ອຍ​ນຳ​ວິຖີ​ອາກາດ​ສູ່​ອາກາດ​ແບບ AIM-9 sidewinder.

     IRIS-T SLM ຖືກ​ພັດທະນາໃຫ້​ມັນ​ມີອາວຸດ​ທີ່​ສາມາດ​ປ້ອງ​ກັນ​ໄພ​ທາງ​ອາກາດ​ໃນ​ໄລຍະ 40 ກິໂລແມັດ, ລະດັບ​ຄວາມ​ສູງ 20 ກິໂລແມັດ, ຄວາມ​ ຍາວ​ຂອງ​ລູກ​ສອນ 2,93 ແມັດ, ເສັ້ນ​ຜ່າ​ສູນ​ກາງ 127 ຊັງ​ຕີ​ແມັດ ແລະ ​ມີ​ນ້ຳ​ນັກ 11,4 ກິ​ໂລກ​ຣາມ. ຕາມ​ຂໍ້​ມູນ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ​ເຢຍ​ລະ​ມັນ ​ກ່າວ, ອາວຸດ​ຊະນິດ​ນີ້​ມີ​ປະຈຳການ​ຢູ່​ໃນກອງທັບ​ເປັນ​ທີ່​ຮຽບ​ຮ້ອຍ ແລະ​ ຍັງ​ມີ​ການ​ສົ່ງ​ອອກ​ໃຫ້​ບັນດາ​ປະເທດ​ພັນທະ​ມິດ​ທີ່​ມີ​ຄວາມ​ຈຳເປັນ​ຕ້ອງ​ໃຊ້​ນຳ​ອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/12/2022