ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ປັບປຸງແບບເຮືອດຳນ້ຳຊັ້ນ Kilo 636 ເພີ່ມການຕິດຕັ້ງໂຊນາທ້າຍເຮືອ


    ສະຖາບັນອອກແບບ Rubin Central Design Bureau ຂອງຣັດເຊຍ ເປີດເຜີຍວ່າໄດ້ປັບປຸງແບບເຮືອດຳນ້ຳ ຊັ້ນ Kilo (Project 636 Varshavyaka) ໂດຍເພີ່ມການຕິດຕັ້ງໂຊນາທ້າຍເຮືອ ຫຼື Towed Array Sonar ເພື່ອຊ່ວຍເພີ່ມຂີດຄວາມສາມາດໃນການກວດຈັບເປົ້າໜາຍ ໄລຍະໄກ. ລະບົບໂຊນາທ້າຍເຮືອຈະປ່ອຍຈາກບໍລິເວນທ້າຍເຮືອຫ່າງຈາກແຫຼ່ງກຳເນີດສຽງທີ່ລົບກວນການເຮັດວຽກຂອງໂຊນາ ແລະ ມີຂະໜາດທີ່ ຍາວກວ່າໂຊນາທີ່ຕິດຕັ້ງເທິງໂຕເຮືອ ຊ່ວຍໃຫ້ກວດຈັບຄື້ນສຽງຄວາມຖີ່ຕໍ່າໄດ້ໄກ. ນອກຈາກນີ້, ຄື້ນສຽງຄວາມຖີ່ຕ່ຳທີ່ກວດຈັບໄດ້ຍັງສາມາດນຳມາ ວິເຄາະຄວາມຖີ່ ເພື່ອຫາຂໍ້ມູນເພີ່ມຕື່ມໃນການພິສູດຄົ້ນຫາແຈ້ງເປົ້າໜາຍໄດ້ນຳອີກດ້ວຍ.

     ປັດຈຸບັນກອງທັບເຮືອຣັດເຊຍ ມີເຮືອດຳນ້ຳ ຊັ້ນ Kilo 636 ສັງກັດກອງເຮືອທະເລດຳ ຈໍານວນ 6 ລຳ ແລະ ກຳລັງຢູ່ລະຫວ່າງການຈັດຫາເຮືອດຳ
ນ້ຳ ຊັ້ນ Kilo 636 ສັງກັດກອງເຮືອປາຊິຟິກ ອີກ 6 ລຳ.

     

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/10/2022