ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ແອັດ​ສະ​ປາຍ ສັ່ງ​ຊື້ກໍ່າປັ່ນສູ້​ຮົບ​ລຸ້ນ​ໃໝ່​ຈຳນວນ 5 ລຳ


    ສຳນັກ​ຂ່າວ ເຈນ ລາຍ​ງານ​ໃນ​ວັນ​ທີ 19 ພະຈິກ ນີ້​ວ່າ: ພາຍຫຼັງ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ແອັດ​ສະ​ປາຍ ​ໄດ້​ຕົກລົງ​ເຊັນ​ສັນຍາ​ສັ່ງ​ຊື້ກໍ່າປັ່ນສູ້​ຮົບ​ລຸ້ນ​ໃໝ່​ ຈາກບໍລິສັດ ນາວາ​ເຕຍ ຈຳນວນ 5 ລຳ​ໃນ​ວົງ​ເງິນ​ມູນ​ຄ່າ​ຫຼາຍ​ກວ່າ 4,31 ຕື້​ໂດ​ລາ​ສະຫະລັດ, ຫຼ້າ​ສຸດ​ທັງ​ສອງ​ຝ່າຍ​ກໍ​ໄດ້​​ເປີດເຜີຍ​ວ່າ: ໃນ​ປັດຈຸບັນ​ນີ້​ແມ່ນ ​ໄດ້​ສຳເລັດ​ຂັ້ນ​ຕອນການ​ອອກ​ແບບ ແລະ ການ​ຕິດ​ຕັ້ງ​ອາວຸດ​ລວມ​ເຖິງລະບົບ​ຕ່າງໆ​ພາຍ​ໃນ​ເຮືອ​ສົມບູນ​ແບບ​ແລ້ວ ແລະ ຈະ​ເລີ່ມ​ຂັ້ນ​ຕອນ​ການ​ຜະລິດ​ໃນ​ ໄວໆ​ນີ້. ເຈົ້າ​ໜ້າທີ່​ຂັ້ນ​ສູງ​ຂອງ​ບໍລິສັດ​ດັ່ງກ່າວ​ໄ​​ດ້​ເປີດເຜີຍ​ວ່າ: ພວກເຮົາ​ໄດ້​ເຊັນ​ສັນຍາ​ກັນ​ມາ​ຕັ້ງແຕ່​ທ້າຍ​ປີ 2019, ແຕ່​ຍ້ອນສະພາບ​ການ​ແຜ່​ລະບາດ​ຂອງ ​ ພະຍາດ​ໂຄ​ວິດ-19 ໂຄງການ​ດັ່ງກ່າວ​ຈຶ່ງ​ຕ້ອງ​ໄດ້​ຢຸດຕິຊົ່ວຄາວ ແລະ ມາ​ຮອດ​ປັດຈຸບັນພວກ​ເຮົາ​ຈຶ່ງ​ໄດ້​ມີ​ການ​ຄົ້ນ​ຄວ້​​າ​ຄືນ ແລະ ອອກ​ແບບ​ຄືນ​ໃນ​ບາງ​ຈຸດ ​ ຕາມ​ຄວາມ​ຕ້ອງການຂອງ​ກອງທັບ​ເຮືອ ແອັດ​ສະ​ປາຍ, ໂດຍ​ກອງທັບ​ແອັດ​ສະ​ປາຍ​ສັ່ງ​ຊື້ກໍ່າປັ່ນສູ້​ຮົບ​ລຸ້ນ F-110 ຈຳນວນ 5 ລຳ ເຊິ່ງມີ​ກຳນົດ​ການ​ສົ່ງ​ມອບ ​ໃນ​ປີ 2025-2026.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/11/2022