ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນຫັນມາໃຊ້ໄຟຟ້າພະລັງງານລົມ ເພື່ອຫຼຸດຜ່ອນມົນລະພິດ


    ສຳນັກຂ່າວ ຊິນຮວາ ໃຫ້ຮູ້ວ່າ: ວັນ ທີ 23 ພະຈິກນີ້, ກຸ່ມບໍລິສັດ ສາມຮ່ອມພູຈີນ ໃຫ້ຮູ້, ບັນດາໜ່ວຍຈັກຜະລິດໄຟຟ້າດ້ວຍພະລັງງານລົມທະເລ ທີ່ມີຄວາມສາມາດຜະລິດໄຟຟ້າໄດ້ 16 ເມກາວັດຕໍ່ໜ່ວຍ ທີ່ຮ່ວມກັນຄົ້ນຄວ້າຜະລິດ ໂດຍກຸ່ມບໍລິສັດ ສາມຮ່ອມພູ ແລະ ບໍລິສັດ ວິທະຍາສາດເຕັກ ໂນໂລຊີ ລົມຄຳຊິນຈຽງ ນັ້ນ ໄດ້ສຳເລັດການຜະລິດ ຢູ່ສູນອຸດສາຫະກຳສາກົນໄຟຟ້າລົມທະເລ ສາມຮ່ອມພູ ແຂວງ ຟູຈ້ຽນ ຈີນ.

     ບັນດາໜ່ວຍຈັກດັ່ງກ່າວແມ່ນໜ່ວຍຈັກຜະລິດໄຟຟ້າດ້ວຍພະລັງງານລົມ ທີ່ມີຄວາມສາມາດຜະລິດໄຟຟ້າຕໍ່ໜ່ວຍຫຼາຍທີ່ສຸດ, ເປັນຈັກລຸ້ນທີ່ມີເສັ້ນ ຜ່າສູນກາງຂອງໃບພັດຍາວທີ່ສຸດ ແລະ ນ້ຳໜັກສະເລ່ຍຕໍ່ເມກາວັດ ເບົາທີ່ສຸດໃນໂລກ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ຈີນໄດ້ມີການບຸກທະລຸອັນ ສຳຄັນໃນດ້ານຄວາມສາມາດຜະລິດອຸປະກອນລະດັບສູງ ຂອງບັນດາໜ່ວຍຈັກຜະລິດໄຟຟ້າດ້ວຍພະລັງງານລົມທະເລ ທີ່ມີຄວາມສາມາດຜະລິດໄຟຟ້າ ໄດ້ຫຼາຍ.

     ຂ່າວໃຫ້ຮູ້ວ່າ, ບັນດາໜ່ວຍຈັກທີ່ສຳເລັດການຜະລິດດັ່ງກ່າວນັ້ນ, ແຕ່ລະໜ່ວຍສາມາດຜະລິດໄຟຟ້າທີ່ເປັນພະລັງງານປອດເຄມີ ໄດ້ຫຼາຍກວ່າ 66 ລ້ານກິໂລວັດໂມງຕໍ່ປີ, ສາມາດຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າໃນຊີວິດປະຈຳວັນໝົດປີຂອງ 36.000 ຄອບຄົວ, ສາມາດປະຢັດຖ່ານຫີນ ມາດຕະຖານໄດ້ປະມານ 22.000 ໂຕນ, ຫຼຸດການປ່ອຍກາກບອນດີອົກຊິດໄດ້ປະມານ 54.000 ໂຕນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/11/2022