ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິ​ດສະຣາ​ແອນ ​ສຳເລັດ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ Gabriel V


    ຕາມ​ລາຍ​ງານ​ຈາກ​ຜູ້​ສື່​ຂ່າວ​ຫວຽດນາມ​ປະຈຳ​ນະຄອນຫຼວງ​ແຕນ​ອາ​ວີ​ຂອງ​ອິດ​ສະ​ຣາ​ແອນ ໂດຍ​ອ້າງ​ຄຳ​ຖະແຫຼງການ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ
​ອິດ​ສະ​ຣາ​ແອນ ເມື່ອ​ວັນ​ທີ 21 ກັນຍານີ້​ວ່າ: ອິດ​ສະ​ຣາ​ແອນ ໄດ້ສຳເລັດ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຕ້ານ​ກຳປັ່ນ​ທີ່​ທັນ​ສະໄໝ. ຖະແຫຼງການ​ດັ່ງກ່າວ​ ໃຫ້​ຮູ້​ວ່າ, ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຕ້ານ​ກຳປັ່ນ​ໄລຍະ​ໄກ​ທີ່​ທັນ​ສະໄໝ Gabriel V ໄດ້​ສະແດງ​ໃຫ້​ເຫັນ​ຄວາມ​ສາມາດ​ໃນ​ການສະກັດ​ກັ້ນ​ບັນດາ​ ເປົ້າ​ໝາຍ​ຕ່າງໆ​ໄດ້​ຢ່າງ​ແມ່ນ​ຢຳ. ຕາມ​ລາຍ​ງານ​: ລູກ​ສອນ​ໄຟ​ຕ້ານ​ກຳປັ່ນ Gabriel V ແມ່ນ​ໄດ້​ຮັບ​ການ​ພັດທະນາ​ຮ່ວມ​ໂດຍ​ກະຊວງ​ປ້ອງ​ກັນ​ປະເທດ
ແລະ ບໍລິສັດ​ອຸດສາຫະກຳ​ການບິນ​ຊັ້ນ​ນຳ​ຂອງ​ອິ​ດ​ສະຣາ​ແອນ (IAI), ເຊິ່ງ​ລູກ​ສອນ​ໄຟ​ດັ່ງກ່າວ ມີ​ໄລຍະຍິງ​ໄກຫຼາຍ​ຮ້ອຍ​ກິໂລແມັດ, ໃນ​ສະພາບ​ອາກາດ ​ ທີ່​ແຕກ​ຕ່າງ​ກັນ. ກອງທັບ​ອິດ​ສະ​ຣາ​ແອນ ໄດ້​ໃຫ້​ຮູ້​ວ່າ, ລູກ​ສອນ​ໄຟ Gabriel V ເປັນ​ອາວຸດ​ທີ່​ເໝາະ​ສົມ​ໃນ​ຂົງເຂດ​ວຽກ​ງານ​ການ​ປ້ອງ​ກັນ​ທາງ​ນ່ານ​ນ້ຳ​ ທະເລ, ພ້ອມ​ທັງ​ຈະ​ຊ່ວຍ​ເສີມ​ສ້າງ​ຄວາມ​ພ້ອມທາງ​ດ້ານ​ການ​ສູ້​ຮົບ ແລະ ການ​ປ້ອງ​ກັນ​ຂອງ​ກອງທັບ​ເຮືອ​ອິ​ດສະຣາ​ແອນ​ທັງ​ທາງ​ອາກາດ, ທະເລ ແລະ ໄພ ​ ຂົ່ມຂູ່​ທາງ​ດ້ານ​ອື່ນໆ. ອິດ​ສະ​ຣາ​ແອນ ຢືນຢັນ​ວ່າ​ຈະ​ນຳ​ໃຊ້​ລູກ​ສອນ​ໄຟ Gabriel V ເພື່ອ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ຊາດ​ເທົ່າ​ນັ້ນ.

     

     

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/09/2022