ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລະບົບ​ລູກ​ສອນ​ໄຟ​ປ້ອງ​ກັນ​ອາກາດ S-400 ຂອງ​ຕູຣະ​ເກຍ​ ພ້ອມ​ໃຊ້​ງານ​ແລ້ວ


    ອີງ​ຕາມ​ລາຍ​ງານ​ຈາກແຫຼ່ງ​ຂ່າວ Army Recognition ເປີດເຜີຍໃຫ້​ຮູ້​ໂດຍ​ອ້າງ ຈາກ​ກະຊວງ​ປ້ອງ​ກັນ​ປະເທດ​ຂອງ​ຕູຣາ​ເກຍ​ ໃນ​ວັນ​ທີ 23 ພະຈິກ 2022 ນີ້​ວ່າ: ລະບົບ​ລູກ​ສອນ​ໄຟ​ປ້ອງ​ກັນ​ໄພ​ທາງ​ອາກາດ S-400 ຜະລິດ​ໂດຍ​ຣັດ​ເຊຍ ທີ່​ຕູຣາ​ເກຍ​ ສັ່ງ​ຊື້​ນັ້ນ ພ້ອມ​ໃຊ້​ງານ​ຢ່າງ​ສົມບູນ​ແບບ​ແລ້ວ. ລາຍ ​ ງານ​ໃຫ້​ຮູ້​ວ່າ: ຣັດ​ເຊຍ ແລະ ຕູຣາ​ເກຍ​​ໄດ້​ເຊັນ​ສັນຍາ​ສັ່ງ​ຊື້ ​ລະບົບ​ລູກ​ສອນ​ໄຟ​ປ້ອງ​ກັນ​ໄພ​ທາງ​ອາກາດ S-400 ເມື່ອ​ປີ 2017, ແຕ່​ບັນລຸຂັ້ນ​ຕອນ​ຕ່າງໆ​ທັງ ​ໝົດ​ໃນ​ເດືອນຕຸລາ ປີ 2019. ຈຳນວນ 4 ລະບົບ, ດ້ວຍ​ມູນ​ຄ່າ​ລວມ 2,5 ຕື້​ໂດ​ລາ​ສະຫະລັດ ແລະ ກາຍເປັນ​ປະເທດ​ທຳ​ອິດ​ໃນ​ບັນດາ​ສະມາຊິກ​ນາ​ໂຕ​ທີ່​ ສັ່ງ​ຊື້​ລະບົບ​ລູກ​ສອນ​ໄຟ​ດັ່ງກ່າວ​ຈາກ​ຣັດ​ເຊຍ. ລະບົບ​ລູກ​ສອນ​ໄຟ S-400 ເປັນ​ລະບົບ​ລູກ​ສອນ​ໄຟ​ປ້ອງ​ກັນ​ໄພ​ທາງ​ອາກາດ​ແບບ​ເຄື່ອນ​ທີ່ ທີ່​ພັດທະນາ​ໂດຍ ​ບໍລິສັດ ສູນ​ກາງ​ການ​ອອກ​ແບບ ອາ​​ລ​ມາ​​ຊ ຂອງ​ຣັດ​ເຊຍ, ເຊິ່ງ​ຖືກ​ອອກ​ແບບ​ມາ​ເພື່ອ​ຕໍ່ຕ້ານ​ເຮືອບິນ​ມີ​ຄົນ​ຂັບ ແລະ ບໍ່​ມີ​ຄົນ​ຂັບ ແລະ ລູກ​ສອນ​ໄຟ​ໂຈມ​ຕີ​ ອື່ນໆ. ລະບົບ​ລູກ​ສອນ​ໄຟ S-400 ປະກອບ​ມີ: ລະບົບ​ຄວບຄຸມ ແລະ ບັນຊາ​ການ, ຣາ​ດາ​ກວດກາຄວາມ​ຮຽບ​ຮ້ອຍ, ຣາ​ດາ​ຈັບ​ເປົ້າ​ໝາຍ ແລະ ຖານ​ຕັ້ງ​ຍິງ 4 ຖານ, ເຊິ່ງ​ລະບົບ​ລູກ​ສອນ​ໄຟ S-400 ສາມາດ​ຍິງ​ລູກ​ສອນ​ໄຟ 4 ຊະນິດ​ຕ່າງ​ກັນ​ຄື: ລູກ​ສອນ​ໄຟ​ໄລຍະ​ໃກ້ 9M96E ທີ່​ມີ​ໄລຍະ​ຍິງ 40 ກິໂລແມັດ, ລູກ​ສອນ​ໄຟ​ໄລຍະ​ກາງ 9M96E2 ທີ່​ມີ​ໄລຍະ​ຍິງ 120 ກິໂລແມັດ, ລູກ​ສອນ​ໄຟ​ໄລຍະ​ໄກ 48N6 ທີ່​ມີ​ໄລຍະ​ຍິງ 250 ກິໂລແມັດ ແລະ ລູກ​ສອນ​ໄຟ​ໄລ ຍະ​ໄກ​ສຸດ 40N6E ທີ່​ມີ​ໄລຍະ​ຍິງ 400 ກິໂລແມັດ.​

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/11/2022