ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານ​ປະເທດ ອວຍພອນ ປີ​ໃໝ່​ສາກົນ 2023 ເຖິງ​ປວງ​ຊົນ​ລາວ​ບັນດາເຜົ່າ


    ໃນ​ວັນ​ທີ 30 ທັນວາ 2022 ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະ ຊາຊົນ​ປະຕິວັດ​ລາວ, ປະທານ​ປະເທດ ແຫ່ງ ​ສປປ ລາວ ໄດ້​ກ່າວ​ຄຳ​ອວຍພອນ​ປີ​ໃໝ່​ສາກົນ 2023 ເຖິງ​ປວງ​ຊົນ​ລາວ​ບັນດາເຜົ່າ ໃນ​ຂອບ​ເຂດ​ທົ່ວ​ປະເທດ ເນື່ອງ​ໃນ​ໂອກາດ​ສົ່ງ​ທ້າຍ​ປີ​ເກົ່າ ຄສ 2022, ຕ້ອນຮັບ​ປີ​ໃໝ່ ຄສ 2023. ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​ກ່າວ​ວ່າ: ພີ່ນ້ອງ​ຮ່ວມ​ຊາດທີ່ຮັກ ​​ເເພງ​ທັງຫຼາຍ, ປີ ຄສ 2022 ທີ່​ຜ່ານ​ມາ​ນັ້ນ, ພວກ​ເຮົາ​ ໄດ້​ປະ​ເຊີນກັບ​ຄວາມ​ຫຍຸ້ງຍາກ ແລະ ສິ່ງ​ທ້າ​ທາຍ​ນາໆ​ປະການ ໂດຍ​ສະເພາະ​ແມ່ນ​ຍັງ​ສືບຕໍ່​ມີ​ຜົນ​ກະ ທົບ​ຈາກ​ການ​ແຜ່ລະບາດຂອງພະຍາດ​ໂຄ​ວິດ-19 ແລະ ບັນຫາ​ຄວາມ​ຫຍຸ້ງຍາກ​ດ້ານເສດຖະ ກິດ​ການ​ເງິນ​ທີ່​ໜັກໜ່ວງ​ກໍຕາມ, ແຕ່​ດ້ວຍ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ຂອງ​ທົ່ວ​ພັກ, ທົ່ວ​ລັດ ແລະ ທົ່ວ​ປວງ​ຊົນ​ລາວ ທັງຊາດ ແລະ ການ​ສະໜັບສະໜູນ​ຊ່ວຍເຫຼືອ​ຂອງເພື່ອນ​ ມິດສາ​ກົນ ພວກ​ເຮົາຈຶ່ງ​ສາມາດ ​ແກ້​ໄຂ​ບັນຫາ​ເຫຼົ່າ ນັ້ນ​ໄດ້​ໂດຍ​ພື້ນຖານ, ສາມາດ​ສະກັດ​ກັ້ນ ແລະ ປະ​ຄັບ​ປະ ຄອງບໍ່​ໃຫ້​ເກີດ​ວິ​ກິດ​ການ​ທີ່​ຮ້າຍ​ແຮງ​ມາ​ໄດ້, ອັນ​ໄດ້​ເຮັດ​ໃຫ້​ປະເທດ​ຊາດ ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ ຢ່າງໜັກ​ແໜ້ນ, ສັງຄົມ​ມີ​ ຄວາມ​ສະຫງົບ, ເສດຖະກິດ​ຄ່ອຍໆ ໄດ້​ຮັບ​ການ​ຟື້ນ​ຕົວ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ເຊິ່ງ​ເປັນ​ການ​ສ້າງ​ເງື່ອນ ໄຂ​ຫຼາຍ​ດ້ານ ທີ່​ຈະ​ເຮັດ​ໃຫ້​ເສດຖະກິດ ຂອງ​ປະເທດ​ພວກ ​ເຮົາ​ໄດ້​ມີພື້ນຖານ​ຈຳນວນ​ໜຶ່ງ ເພື່ອ​ເປັນ​ທ່າ ແຮງ​ກ້າວ​ຂຶ້ນ​ໃນ​ປີ​ຕໍ່​ໄປ. ປີ​ໃໝ່ 2023 ນີ້, ພວກ​ເຮົາ​ຍັງ​ຈະ​ໄດ້​ສືບຕໍ່​ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ ແລະ ອຸປະສັກ​ ດັ່ງກ່າວ​ຕື່ມ​ອີກ. ສະນັ້ນ, ຂ້າພະເຈົ້າ ຂໍ​ຮຽກຮ້ອງ​ມາ​ຍັງ​ປວງ​ຊົນ​ລາວ​ທຸກ​ຖ້ວນ​ໜ້າ ທັງ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ຈົ່ງ​ພ້ອມ​ກັນ​ສຸມ​ທຸກ​ສະຕິ​ປັນ ຍາ, ເຫື່ອ ແຮງ ແລະ ກຳລັງ​ໃຈ ເຂົ້າ​ໃນ​ພາລະກິດປົກປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ​ຂອງ​ພວກ​ເຮົາ ໃຫ້​ບັນລຸ​ຈຸດໝາຍ​ທີ່​ໄດ້​ວາງ​ໄວ້, ນຳ​ເອົາ​ປະເທດ​ຊາດ​ຂອງ ​ພວກ​ເຮົາໄປ​ ສູ່​ບາດກ້າວ​ໃໝ່​ຂອງ​ການ​ພັດທະນາ, ເຮັດ​ໃຫ້​ປະຊາຊົນ ມີ​ຄວາມ​ຜາ​ສຸກ​ຮົ່ມ​ເຢັນ, ສັງຄົມ​ນັບ​ມື້​ນັບ​ມີ​ຄວາມ​ສະຫງົບ ​ເເລະ ສີວິໄລ​ຢ່າງ​ບໍ່​ຢຸດ ​ຢັ້ງ. ໃນ​ໂອກາດ​ຕ້ອນຮັບ​ປີ​ໃໝ່ ຄ.ສ 2023 ນີ້, ຂ້າພະເຈົ້າ​ຂໍ​ຕາງໜ້າ​ການ​ນຳ​ພັກ, ລັດ ແລະ ໃນ​ນາມ​ສ່ວນ​ຕົວ ຂໍ​ສົ່ງຄຳອວຍພອນໄຊ ​ອັນ​ປະເສີດ​ມາ​ຍັງ​
ປວງ​ຊົນ​ລາວ ​ທຸກ​ຖ້ວນ​ໜ້າ ທັງ​ຢູ່​ພາຍ​ໃນປະເທດ ແລະ ຢູ່​ຕ່າງປະເທດ ຈົ່ງມີສຸ ຂະພາບ​ແຂງແຮງ, ມີ​ຄວາມ​ຜາສຸກ ແລະ ສືບ ຕໍ່​ປະຕິບັດໜ້າທີ່​ ຂອງຕົນໃຫ້​ ມີ​ຜົນສຳເລັດໃໝ່ ໃຫຍ່​ຫຼວງ​ກວ່າ​ເກົ່າ ເພື່ອພັດທະນາ​ປະເທດ​ຊາດ​ ຂອງ​ພວກ​ເຮົາ ໃຫ້​ມີ​ຄວາມ​ຈະເລີນ​ກ້າວໜ້າ​ຂຶ້ນ​ໄປ​ເລື້ອຍໆ. ຂໍ​ໃຫ້ການ​ສະເຫຼີມສະຫຼອງ​ ປີ​ໃໝ່​ສາກົນ ປີ 2023 ນີ້​ຈົ່ງ​ເຕັມ​ໄປ​ດ້ວຍ​ບັນຍາ ກາດ​ເບີກບານ​ມ່ວນ ຊື່ນ ແລະ ມີ​ຄວາມ​ສະຫງົບ ສັນຕິ ແລະ ປອດ​ໄພ​ທຸກ​ປະການ ດ້ວຍ​ເທີ້ນ, “ໂຊກ​ດີ ປີ​ໃໝ່ 2023”.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/01/2023