ພິທີມອບ-ຮັບ ໂຄງການກໍ່ສ້າງອະນຸສອນສະຖານ ພູກູດຈອມເຫຼັກວິລະຊົນ
ໃນວັນທີ 30 ມັງກອນ 2023 ນີ້, ທີ່ຫ້ອງປະຊຸມໂຮງແຮມຊຽງຂວາງວີວ ກະຊວງປ້ອງກັນປະເທດ ແລະ ແຂວງຊຽງຂວາງ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງອະນຸ ສອນສະຖານ ພູກູດຈອມເຫຼັກວິລະຊົນ ແຂວງຊຽງຂວາງ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງຊຽງຂວາງ, ມີບັນດາສະຫາຍຄະນະນຳກົມໃຫຍ່, ຫ້ອງ ວ່າການກະຊວງປ້ອງກັນປະເທດ, ຕາງໜ້າຫ້ອງວ່າການປົກຄອງແຂວງ, ກອງບັນຊາການທະຫານແຂວງ ແລະ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ (SCS) ຈຳກັດ ພ້ອມພະ ນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ສົມເພັດ ສຸພັດທອນ ອຳນວຍການ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິ ການຄົບວົງຈອນ (SCS) ຈຳກັດ ແລະ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດ ສາດ ການທະຫານ ໄດ້ລາຍງານກ່ຽວກັບໂຄງການກໍ່ສ້າງອະນຸສອນສະຖານ ພູກູດຈອມເຫຼັກວິລະຊົນ ແຂວງຊຽງຂວາງ ວ່າ: ອະນຸສອນສະຖານ “ພູກູດຈອມເຫຼັກວີລະຊົນ» ແຫ່ງນີ້ສ້າງຂຶ້ນເພື່ອຈາລຶກຄຸນງາມຄວາມດີ, ການເສຍສະຫຼະອັນບໍ່ມີຂອບ ເຂດຂອງນັກຮົບປະຕິວັດລາວ. ໃນຊຸມປີແຫ່ງການຕໍ່ສູ້ຕ້ານສົງຄາມແປວໄຟຂອງພວກຈັກກະພັດຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດ. ເລືອດສີແດງຂອງນັກຮົບພູກູດໄດ້ ໄຫຼລິນໄປທົ່ວບົນຟື້ນແຜ່ນດິນແຫ່ງນີ້ ເປັນຈຳນວນຫຼາຍຮ້ອຍສະຫາຍ, ວິລະກຳອັນລ້ຳເລີດ ແລະ ງົດງາມດັ່ງກ່າວ ພັກ-ລັດຖະບານ ຈຶ່ງໄດ້ສ້າງອະນຸສອນສະຖານ “ພູກູດ ຈອມເຫຼັກ ວິ ລະຊົນ” ນີ້ໄວ້ໃຫ້ລູກຫຼານໄດ້ເຄົາລົບບູຊາ ແລະ ເປັນແຫຼ່ງທ່ຽວຊົມທາງດ້ານປະຫວັດສາດ ຂອງມວນຊົນທັງພາຍໃນ ແລະ ຕ່າງປະເທດ. ພາຍຫຼັງໄດ້ມີຂໍ້ຕົກ ລົງຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດເຊັນສັນຍາໂຄງການກໍ່ສ້າງ ອະນຸສອນສະຖານພູກູດຈອມເຫຼັກວິລະຊົນ ແຂວງຊຽງຂວາງ ແລະ ສັນ ຍາຮັບເໝົາກໍ່ສ້າງ ລະຫວ່າງ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກັບ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລະການຄົບວົງຈອນ (SCS) ຈຳກັດ ແລະ ກົມໃຫຍ່ພະລາທິການກອງທັບພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ພ້ອມກັນລົງເກັບກຳຂໍ້ມູນຕົວຈິງເພື່ອສຳຫຼວດ-ອອກແບບ ເພື່ອຮັບຮອງຄວາມ ເປັນເອກະພາບ ແລະ ຕົກລົງໃຫ້ ເຊັນສັນຍາກ່ໍສ້າງໂຄງການດັ່ງກ່າວ ເຊິ່ງມີອາຍຸສັນຍາ ການກໍ່ສ້າງ 18 ເດືອນ. ໃນນີ້, ໄດ້ມີການປົວແປງ ແລະ ກໍ່ສ້າງຄືນໃໝ່ ລວມມີ 11 ໜ້າວຽກຄືນດັ່ງນີ້: ວຽກກະກຽມການກໍ່ສ້າງ, ປູກແຕ້ມ ແລະ ສາງເກັບມ້ຽນວັດສະດຸ, ວຽກເກັບກູ້ລະເບີດໃນຂອບເຂດພື້ນທີ່ການກໍ່ສ້າງ, ກໍ່ສ້າງແທ່ນຕັ້ງຮູບລອຍໂຕຂະ ໜາດ 5,5 ແມັດ, ຫຼໍ່ຮູບລອຍໂຕດ້ວຍທອງເຫຼືອງ ຈຳນວນ 3 ທ່ານ ສູງ 1,80 ແມັດ, ນໍ້າໜັກແຕ່ລະທ່ານປະມານ 200 ກິໂລກຣາມ, ກໍ່ສ້າງຮູບນູນ ຂະໜາດກວ້າງ 2,50 ແມັດ, ຍາວ 11 ແມັດ, ກໍ່ສ້າງຫ້ອງນ້ຳສາທາລະນະຂະໜາດ 3 x 3 ແມັດ, ກໍ່ສ້າງທີ່ຊົມວິວ 2 ຈຸດ ຂະໜາດກວ້າງ 4 x 5 ແມັດ, ກໍ່ສ້າງທາງຍ່າງເບຕົງໄປຫາຂຸມຄອງ ແລະ ຂຸມຫຼົບໄພ ກວ້າງ 1,20 ແມັດ, ຍາວ 500 ກວ່າແມັດ ພ້ອມດ້ວຍ ຮາວເຫຼັກ, ຕົບແຕ່ງປາກຖ້ຳ 2 ຈຸດ, ກໍ່ສ້າງເດີ່ນຈອດລົດດ້ວຍເບຕົງເສີມເຫຼັກ ກວ້າງ 10 x 20 ແມັດ, ຕິດຕັ້ງປ້າຍບອກຈຸດໃນຂົງເຂດການກໍ່ສ້າງຕ່າງໆອີກຈຳນວນໜຶ່ງ ລວມມູນຄ່າການກໍ່ສ້າງ 5.112.855.000 ກີບ. ໂດຍມອບໃຫ້ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລະການຄົບວົງຈອນ (SCS) ຈຳກັດ ເປັນຜູ້ກໍ່ສ້າງ ແລະ ມາຮອດປະຈຸບັນໄດ້ກໍ່ ສ້າງສຳເລັດ100% ພ້ອມທັງລົງນາມເຊັນບົດບັນທຶກການມອບ-ຮັບ ລະຫວ່າງ ບໍ ລິສັດຮັບເໝົາກໍ່ສ້າງ ກັບ ເຈົ້າຂອງໂຄງການ. ຕາງໜ້າມອບໂດຍ ສະຫາຍ ສົມເພັດ ສຸພັດທອນ ອຳນວຍການ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລະການຄົບລົງຈອນ (SCS) ຈຳກັດ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ. ພ້ອມດຽວ ກັນນີ້, ກະຊວງປ້ອງກັນປະເທດກໍໄດ້ລົງນາມເຊັນບົດບັນທຶກມອບໃຫ້ແຂວງຊຽງຂວາງ ເປັນຜູ້ຊົມໃຊ້ ແລະ ດູແລຮັກສາຕໍ່ໄປ.ຕາງໜ້າລົງນາມເຊັນບົດບັນທຶກກະຊວງປ້ອງ ກັນປະເທດໂດຍ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ແຂວງຊຽງຂວາງໂດຍ ສະຫາຍ ສົມພອນ ສີອາໄພ ຫົວໜ້າຫ້ອງວ່າການປົກຄອງແຂວງຊຽງຂວາງ ແລະ ເຂົ້າຮ່ວມເປັນສັກຂີພະຍານໂດຍ ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ເຈົ້າແຂວງຊຽງຂວາງ ພ້ອມພະນັກ ງານທີ່ກ່ຽວຂ້ອງແຕ່ລະຝ່າຍເຂົ້າຮ່ວມ.
ແຫຼ່ງທີ່ມາ: ຄຳສິງ