ທ່ານ ສອນໄຊ ສີພັນດອນ ໄດ້ຖືກຮັບຮອງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ຜູ້ໃໝ່
ວັນທີ 30 ທັນວາ 2022, ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ສືບຕໍ່ດຳ ເນີນກອງປະຊຸມ ໂດຍການເປັນປະທານ
ຂອງ ທ່ານ ໄຊສົມພອນ ພົມວິຫານ ກຳ ມະການກົມການເມືອງສູນກາງພັກ ປະ ທານສະພາແຫ່ງຊາດ, ມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ
ບໍລິຫານງານສູນກາງພັກ ປະທານປະເທດ, ການນຳຂັ້ນສູງພັກ-ລັດ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ພ້ອມດ້ວຍແຂກຖືກເຊີນ. ໂດຍກອງປະຊຸມ ໄດ້
ດຳເນີນວາ ລະພິເສດ ເພື່ອພິຈາລະນາຮັບ ຮອງເອົານາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ໃໝ່ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາ ທິການສູນກາງ
ພັກ ຮອງປະທານສະພາແຫ່ງຊາດ ໄດ້ອ່ານໃບສະ ເໜີຂອງ ປະທານປະເທດເລກທີ 211/ປປທ, ລົງວັນທີ 28/ 12/2022 ເຖິງທ່ານປະທານ ຄະນະປະຈຳສະ
ພາແຫ່ງຊາດ ເລື່ອງການພິຈາລະນາໃບຄຳຮ້ອງຂໍພັກການຮັບອຸດໜູນບຳ ນານຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດ
ຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີບາງເນື້ອໃນສຳຄັນວ່າ: ອີງຕາມໃບຄຳຮ້ອງຂໍພັກການຮັບອຸດໜູນບຳນານຂອງ ທ່ານ ພັນຄຳ ວິພາວັນ ສະບັບວັນທີ
15/12/2022, ອີງຕາມການຕົກລົງເຫັນດີໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິ ການສູນກາງພັກ ຄັ້ງວັນທີ 21/12/2022; ໃນ
ນາມປະທານປະເທດ ແຫ່ງ ສປປ ລາວ ໄດ້ສະເໜີ ມາຍັງທ່ານ ປະ ທານຄະນະປະຈຳສະພາແຫ່ງຊາດ ພິຈາລະນາໃຫ້ ທ່ານ ພັນຄຳ ວິພາວັນ ພັກການຮັບ
ອຸດໜູນບຳ ນານ ຕາມຄຳຮ້ອງຂອງຜູ້ ກ່ຽວ. ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ອ່ານໃບສະເໜີຂອງ ທ່ານປະທານປະເທດ ເລກທີ 212/ປປທ, ລົງວັນ
ທີ 28/12/2022 ເຖິງທ່ານປະທານຄະນະປະຈຳສະພາແຫ່ງຊາດ ເລື່ອງການເລືອກຕັ້ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ໃໝ່ ຊຶ່ງມີບາງເນື້ອໃນສຳຄັນ
ວ່າ: ອີງຕາມການຕົກລົງເຫັນດີຂອງກອງປະຊຸມກົມການເມືອງສູນກາງພັກ ຄັ້ງວັນທີ 26/12/2022, ເພື່ອເຮັດໃຫ້ການເລືອກຕັ້ງນາ ຍົກລັດຖະມົນຕີ ແຫ່ງ
ສປປ ລາວ ດຳເນີນໄປຢ່າງສອດຄ່ອງກັບລັດຖະທຳມະນູນ ແລະ ກົດໝາຍ ຮັບປະກັນບຸກຄະລາກອນ ທີ່ດຳລົງຕຳແໜ່ງດັ່ງກ່າວມີຄຸນນະພາບສູງ, ໃນນາມ
ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ສະ ເໜີກ່ຽວກັບມາດຕະຖານ, ເປົ້າໝາຍ ຜູ້ທີ່ຈະຮັບເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງໃນນີ້,
ໄດ້ສະເໜີໃຫ້ ທ່ານ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ຮອງນາຍົກລັດ ຖະມົນຕີ ເປັນຜູ້ທີ່ມີມາດຕະຖານຄົບຖ້ວນ ແລະ ມີ ຄວາມເໝາະສົມທີ່ຈະເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ຈຶ່ງສະເໜີມາຍັງ ທ່ານປະທານຄະນະປະຈຳສະພາແຫ່ງຊາດ ພິ ຈາລະນາຕາມລະບຽບການ
. ບັນດາສະມາຊິກສະພາແຫ່ງ ຊາດ (ສສຊ) ໄດ້ມີຄຳເຫັນຕໍ່ການສະເໜີຂອງທ່ານປະທານປະເທດ ໃນການສະເໜີເລືອກຕັ້ງ ເອົານາຍົກລັດຖະມົນຕີ ຜູ້ໃໝ່
ແລະ ພ້ອມກັນລົງຄະແນນສຽງເຫັນດີຮັບຮອງເອົາຕາມການສະເໜີຂອງທ່ານປະທານປະເທດ ດ້ວຍຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນ ສສຊ ທີ່
ເຂົ້າຮ່ວມກອງປະຊຸມ. ທ່ານ ສອນໄຊ ສີພັນດອນ ກໍໄດ້ກ່າວຮັບຕຳແໜ່ງ ຊຶ່ງມີເນື້ອໃນບາງຕອນວ່າ: ນີ້ແມ່ນການມອບໝາຍຄວາມຮັບຜິດຊອບການເມືອງ
ທີ່ມີກຽດສູງສຸດຂອງຕົນ, ທັງເປັນໜ້າທີ່ອັນໜັກໜ່ວງ ແລະ ທ້າທາຍ ທົດສອບໃຫຍ່ຫຼວງ ໃນຖານະເປັນຫົວໜ້າລັດຖະບານ ຊຸດທີ IX ເພື່ອສືບຕໍ່ປະຕິ
ບັດໜ້າທີ່ບໍລິຫານ, ປົກປັກຮັກສາ ແລະ ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງ ພວກເຮົາ ໃຫ້ສືບຕໍ່ກ້າວຂຶ້ນຢ່າງບໍ່ຢຸດ ຢັ້ງຕາມທິດທີ່
ພັກປະຊາຊົນປະ ຕິວັດລາວ ໄດ້ກຳນົດໄວ້. ພ້ອມທັງ, ໃຫ້ຄຳໝັ້ນສັນຍາ ແລະ ປະຕິຍານຕົນວ່າ: ຢືນຕໍ່ໜ້າຄັນທຸງອັນສະຫງ່າລາສີ ແລະ ສັກກະລາບູຊາ, ຕໍ່
ໜ້າການນຳຂັ້ນສູງພັກ-ລັດ ແລະ ອະດີດການນຳພັກ-ລັດ, ບັນ ດາ ສສຊ, ທ່ານແຂກທີ່ມີກຽດ ຂ້າພະເຈົ້າ ຈະເຊີດຊູມານະຈິດປະຕິວັດ ໃຫ້ສູງກວ່າກ່ອນເວ
ລາໃດໝົດ, ຮ່ວມກັບສະ ມາຊິກລັດຖະບານ ປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ, ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ. ພ້ອມທີ່ຈະ
ອຸທິດເຫື່ອແຮງສະຕິປັນຍາ ແລະ ຄວາມຮູ້ ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດ ຊອບສູງ ແລະ ຈະສັດຊື່ບໍລິສຸດ ເພື່ອຮ່ວມກັບ
ຄະນະນຳຂອງພັກ-ລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ
ຄັ້ງທີ IX, ສອງວາລະແຫ່ງຊາດ ແລະ ບັນດາມະຕິຕົກລົງຂອງສະພາແຫ່ງຊາດຊຸດທີ IX ໃຫ້ປະສົບຜົນສຳເລັດເປັນຢ່າງດີ ໂດຍສະເພາະສຸມໃສ່ບັນດາວຽກ
ງານສຳຄັນຕົ້ນຕໍໃນຕໍ່ໜ້າ.
ແຫຼ່ງທີ່ມາ:ຈັນທະວົງ ອຸ່ນວິໄລຫົງ
ວັນທີ 03/01/2023