ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ​ກົມ​ໃຫຍ່​ການເມືອງ​ກອງທັບ


    ກອງປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ ກົມ​ໃຫຍ່​ການເມືອງ​ກອງທັບ ປະຈຳ​ປີ 2022 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ມັງກອນ 2023 ນີ້, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ເລຂາ​ຄະນະ​ພັກ ຫົວໜ້າ​ກົມ​ໃຫຍ່​ການ ເມືອງ​ກອງທັບ, ມີ​ບັນດາ​ສະຫາຍ​ຮອງ​ເລຂາ​ຄະນະ​ພັກ, ກຳມະການ​ຄະນະ​ປະຈຳ​ພັກ ແລະ ກຳມະການ​ຄະນະ​ພັກ ກົມ​ໃຫຍ່​ການເມືອງ​ກອງທັບ​ເຂົ້າ​ຮ່ວມ.

     ສະຫາຍ ພົນ​ຈັດຕະວາ ສົມພົງ ແພງ​ປັນຍາ ຫົວໜ້າ​ຫ້ອງການ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ສະຫຼຸບ​ຕີ​ລາຄາ​ການ​ນຳພາ​ຂອງ​ຄະນະ​ພັກ ກົມ​ໃຫຍ່​ ການເມືອງ​ກອງທັບ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ ປະຈຳ​ປິ 2023 ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ໃນ​ປີ 2022 ຜ່ານ​ມາ, ພາຍ​ໃຕ້​ການ​ຊີ້​ນຳ-ນຳ ພາຂອງ​ຄະນະ​ພັກ​ກົມ​ໃຫຍ່​ການເມືອງ​ກອງທັບ, ກໍ​ຄືຄະນະ​ພັກ​ແຕ່​ລະ​ຂັ້ນໃນ​ການຈັດຕັ້ງ​ປະຕິບັດ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ ແລະ ວຽກ​ງານ​ຈຸດ​ສຸມ ​ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ຕິດ​ພັນ​ກັບ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ ທີ່​ຄະນະ​ພັກ​ກະຊວງ​ວາງ​ອອກ​ເຂົ້າ​ສູ່​ວຽກ​ງານ​ຕົວຈິງ​ຂອງ​ແຕ່​ລະ​ກົມ​ກອງສາ ມາດຍາດ​​ໄດ້​ຜົນສຳເລັດ​ໃນ​ຫຼາຍ​ດ້ານ, ເປັນຕົ້ນ​ແມ່ນ​ໄດ້​ສຸມ​ໃສ່​ຊີ້​ນຳ-ນຳພາ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ, ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ ຄວາມ​ສະຫງົບ, ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ, ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ ​ຄິດ, ວຽກ​ງານ​ຈັດ​ຕັ້ງ​ພັກ, ວຽກ​ງານພະນັກງານ, ວຽກ​ງານ​ນະໂຍບາຍ, ວຽກ​ງານ​ປະກັນ​ສັງຄົມ, ວຽກ​ງານ​ອົງ​ການຈັດຕັ້ງ​ມະຫາຊົນ, ວຽກ​ງານ​ປ້ອງ​ກັນ​ພາຍ ​ໃນ, ວຽກ​ງານ​ກວດກາ, ວຽກ​ງານ​ໄອ​ຍະ​ການ, ວຽກ​ງານ​ສານ ແລະ ວຽກ​ງານ​ອື່ນໆ​ທີ່​ປິ່ນ​ອ້ອມ​ໄດ້​ຮັບ​ຜົນສຳເລັດ​ຕາມ​ຄາດໝາຍ. ຄຽງ​ຄູ່​ກັນ​ນັ້ນ, ຍັງ​ໄດ້​ເອົາ ໃຈໃສ່​ແກ້​ໄຂ​ບັນດາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ທີ່​ເກີດ​ຂຶ້ນ​ດ້ວຍ​ຫຼາຍ​ຮູບ​ການ​ທີ່​ແທດເໝາະ ແລະ ທັນ​ການ, ສຸມໃສ່​ສ້າງ​ຂະ​ບວນ​ການ​ດ້ານ​ຕ່າງໆພາຍ​ໃນ​ກົມ​ ກອງ​ໃຫ້​ມີ​ຄວາມ​ຟົດຟື້ນ​ຕໍ່​ເນື່ອງ ເຮັດ​ໃຫ້​ບັນຍາ​ກາດ​ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ມີ​ຄວາມເບີກບານ​ມ່ວນຊື່ນ, ພະນັກງານ-ສະມາຊິກ​ພັກ, ນັກຮົບມີ​ ຄວາມ​ບຸກ​ບືນ​ຫ້າວຫັນ​ຕໍ່ໜ້າ​ທີ່​ວິຊາ​ສະເພາະ ກໍ​ຄືໜ້າທີ່​ການເມືອງ​ຂອງ​ຕົນ. ໃນ​ກອງ​ປະຊຸມ, ນອກຈາກ​ໄດ້​ສຸມ​ໃສ່​ຕີ​ລາຄາ​ການ​ນຳພາ​ຂອງ​ຄະນະ​ບໍລິຫານ​ ງານ​ພັກ​ກົມ​ໃຫຍ່​ການເມືອງ​ກອງທັບ ແລະ ກຳນົດ​ທິດ​ທາງ​ຈຸດ​ສຸມ​ໃນ​ປີ 2023 ແລ້ວ, ຜູ້​ແທນ​ກອງ​ປະຊຸມ​ຍັງ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ເຫັນ ແລະ ເປັນ ເອກະ​ພາບ​ໃນ​ການ​ຕີ​ລາຄາ​ສະພາບ​ການຈັດຕັ້ງ​ຊີ້​ນຳ-ນຳພາ, ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ເບິ່ງ​ບັນຫາ​ໃຫ້​ຖືກ​ກັບ​ຄວາມ​ເປັນ​ຈິງ, ຍົກ​ໃຫ້​ເຫັນ​ອັນ​ທີ່​ເຮັດ​ໄດ້, ອັນ​ທີ່​ເປັນ​ບົດຮຽນ ແລະ ສິ່ງ​ຫຍໍ້ທໍ້​ຄົງ​ຄ້າງ​ຕ່າງໆ ກໍ​ຄືການ​ແກ້​ໄຂ​ບັນຫາ​ໃນ​ວຽກ​ງານ​ຕົວ​ຈິງ​ໃຫ້​ຖືກຕ້ອງ​ທັນ​ກັບ​ສະພາບ​ການ, ເພື່ອ​ຮັບປະກັນ​ໃນການ​ວາງ​ ແຜນ​ວຽກ​ງານ​ຈຸດ​ສຸມ​ໃນຕໍ່ໜ້າ​ໃຫ້​ແທດເໝາະ​ກັບ​ສະພາບ​ແວດ​ລ້ອມ​ຕົວ​ຈິງ​ຂອງ​ກອງທັບ ແລະ ຊຸກຍູ້​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ V ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ດ້ວຍ​ຈິດໃຈ​ບຸກ​ທະລຸ, ມີ​ການ​ຫັນ​​ປ່ຽນ​ໃໝ່​ທີ່​ດີ​ຂຶ້ນ​ກວ່າ​ເກົ່າ ແລະ ເກີດ​ໝາກຜົນ​ຕົວ​ຈິງ.

ແຫຼ່ງທີ່ມາ: ເພັດ ສົມນໍວັນ
ວັນທີ 26/01/2023