ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍກົມກອງຈັດກິດຈະກໍາປູກຕົ້ນໄມ້​ໃນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ


 ການປູກຕົ້ນໄມ້ຢູ່ກອງພັນໃຫຍ່ 497


ໂຮງຮຽນທິດສະດີການເມືອງກອງທັບ

     ເນື່ອງໃນໂອກາດເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2022 ນີ້. ມີຫຼາຍກົມກອງ ຕ່າງກໍໄດ້ຈັດກິດຈະກໍາປູກ
ຕົ້ນໄມ້ ໃນຂອບເຂດຮັບຜິດຊອບຂອງຕົນຢ່າງເປັນຂະບວນຟົດຟື້ນ ໃນນີ້: ຢູ່ກົມໃຫຍ່ພະລາທິການກອງທັບໄດ້ຈັດກິດຈະກໍາປູກຢູ່ ກອງພັນໃຫຍ່ 497
ໂດຍການນໍາພາ ຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ຢູ່ໂຮງຮຽນ
ທິດສະດີການເມືອງກອງທັບ ໂດຍການນໍາພາຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮ້ອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຢູ່ກົມເຄມີກົມໃຫຍ່
ເສນາທິການກອງທັບ ນໍາພາໂດຍ ສະຫາຍ ພັນເອກ ທຽມ ຫອມຊະນະ ຫົວໜ້າກົມເຄມີ ກົມໃຫຍ່ເສນາທິການກອງທັບ ແລະ ຢູ່ກົມຊ່າງແສງກົມໃຫຍ່
ເສນາທິການກອງທັບ ນໍາພາໂດຍ ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງກົມໃຫຍ່ເສນາທິການກອງທັບ, ມີ 4 ກົມໃຫຍ່, ຫ້ອງ
ວ່າການກະຊວງ, ມີ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຂອງແຕ່ລະກົມກອງເຂົ້າຮ່ວມ.

     ຕົ້ນໄມ້ທີ່ນໍາມາປູກຢູ່ທີ່ກອງພັນໃຫຍ່ 497 ລວມມີປະເພດໄມ້ອຸດສາຫະກໍາ, ໄມ້ປະດັບ, ໄມ້ໃຫ້ໝາກຊະນິດຕ່າງໆ, ລວມທັງໝົດ 1.000 ເບ້ຍ, ຢູ່
ໂຮງຮຽນທິດສະດີການເມືອງກອງທັບ ມີຕົ້ນໄມ້ອຸດສາຫະກໍາຈໍານວນ 80 ເບ້ຍ, ຕົ້ນໄມ້ກິນໜາກ 106 ເບ້ຍ, ຕົ້ນໄມ້ປະດັບ 1.673 ເບ້ຍ, ຢູ່ກົມເຄມີ
ກົມໃຫຍ່ເສນາທິການກອງທັບ ໄດ້ນໍາເອົາເບ້ຍໄມ້ມາປູກທັງໝົດ 1.500 ເບ້ຍ ໃນນີ້ລວມມີ: ຕົ້ນໄມ້ອຸດສາຫະກໍາ, ຕົ້ນໄມກິນໝາກ ແລະ ໄມ້ປະດັບ,
ສ່ວນຢູ່ກົມຊ່າງແສງກົມໃຫຍ່ເສນາກອງທັບ ໄດ້ນໍາເບ້ຍໄມ້, ຕົ້ນໄມ້ອຸດສາຫະກໍາ, ຕົ້ນໄມກິນໝາກ ແລະ ໄມ້ປະດັບລວມທັງໝົດ 61 ເບ້ຍ. ການຈັດຕັ້ງ
ປູກຕົ້ນໄມ້ຢູ່ບັນດາກົມກອງໃນຄັ້ງນີ້ ສ່ວນໃຫຍ່ຈະປູກຢູ່ບໍລິເວນສໍານັກງານ, ຫ້ອງການ, ສະໂມສອນ, ສອງຟາກທາງເຂົ້າອອກຄ້າຍຄູ ແລະ ຂອບເຂດປູກ
ໄມ້ຂອງກົມກອງກຳນົດ ເຊິ່ງນອກຈາກຈະເປັນການທົດແທນຕົ້ນໄດ້ທີ່ຕາຍໄປແລ້ວນັ້ນຍັງເປັນການປັບປຸງສະພາບແວດລ້ອມຂອງກົມກອງ ໃຫ້ມີຄວາມ
ຊຸ່ມເຢັນ, ມີອາກາດສົດຊື່ນ, ມີຕົ້ນໄມ້ຂຽວງາມ ແລະ ທັງເປັນການສ້າງຄ້າຍສີຂຽວຕາມທິດສ້າງກອງວັດທະນະທໍາທີ່ ກະຊວງປ້ອງກັນປະເທດວາງອອກ,
ນອກ ນີ້ຍັງເປັນການປູກຈິດສໍານຶກໃຫ້ພະນັກງານ-ນັກຮົບຢູ່ແຕ່ລະກົມກອງ ໄດ້ຮັບຮູ້ເຂົ້າໃຈຄວາມສຳຄັນຂອງປ່າໄມ້ຕໍ່ການດໍາລົງຊີວິດ ແລະ ການພັດທະ
ນາປະເທດຊາດ. ປັດຈຸບັນໃນແຕ່ລະປີທົ່ວປະເທດ ກໍໄດ້ຈັດຕັ້ງໃຫ້ມີການປູກຕົ້ນໄມ້ ເພື່ອເປັນການ ຟື້ນຟູປ່າໄມ້ທີ່ສູນເສຍໄປຈາກການຂຸດຄົ້ນ, ການຕັດ
ໄມ້ຢ່າງຊະຊາຍ, ທັ້ງນີ້ກໍເພື່ອແນໃສ່ເຮັດໃຫ້ເນື້ອທີ່ປ່າປົກຫຸ້ມທົ່ວປະເທດໃຫ້ໄດ້ 70% ໃນປີ 2022 ຕາມທິດທາງ ແລະ ຄາດໝາຍຂອງລັດຖະບານ, ດັ່ງ
ນັ້ນພັກ-ລັດຖະບານ ຈິ່ຶງໄດ້ວາງນະໂຍບາຍການຟື້ນຟູປ່າໄມ້ໂດຍການຖືເອົາ ວັນທີ 1 ມິຖຸນາ ຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/06/2022