ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຢ້ຽມຢາມ ສສ ຫວຽດນາມ


     ວັນທີ 2 ມິຖຸນາ 2022, ຢູ່ທີ່ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ສະຫາຍ ພົນໂທ ຫງວຽນ ເຕິນ ເກື່ອງ ກໍາມະການສູນກາງພັກ ຫົວ
ໜ້າກົມໃຫຍ່ເສນາທິການກອງທັບ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມຄະນະ, ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກ
ຂອງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຫົວໜ້າກົມໃຫຍ່ເສນາ
ທິການກອງທັບປະຊາຊົນລາວ ພ້ອມຄະນະ.

     ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການຄະນະຝ່າຍລາວ ແລະ ຫວຽດນາມ ໄດ້ພົບປະສອງຝ່າຍ ເຊິ່ງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ
ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໄມຕີຈິດ ມິດຕະພາບ ຂອງ ສະຫາຍ ພົນໂທ ຫງວຽນ ເຕິນ ເກື່ອງ ພ້ອມຄະນະ ແລະ ຕີລາຄາສູງ
ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ສອງກອງທັບ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ຍາມ
ໃດກໍໃຫ້ການຊ່ວຍເຫຼືອກໍ່ສ້າງພະນັກງານ-ນັກຮົບ ໃນກອງທັບປະຊາຊົນລາວ ເວົ້າລວມ ເວົ້າສະເພາະ ແມ່ນການກໍ່ສ້າງບຳລຸງນາຍທະຫານ ກົມໃຫຍ່ເສ
ນາທິການກອງທັບປະຊາຊົນລາວ ໃຫ້ມີຄວາມໜັກ  ແໜ້ນເຂັ້ມແຂງ ກາຍເປັນພະນັກງານຜູ້ສືບທອດທີ່ມີຄວາມຮູ້ຄວາມສາມາດ.

     ສະຫາຍ ພົນໂທ ຫງວຽນ ເຕິນ ເກື່ອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ພ້ອມຄະນະ ໃນການ
ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນທ່າມກາງບັນຍາກາດສະເຫຼີມສະຫຼອງຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ
( 5 ກັນຍາ 1962-5 ກັນຍາ 2022 ) ແລະ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977-18 ກໍລະກົດ 2022 )
ລາວ ແລະ ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງ ທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ ສອງ
ກອງທັບ ເວົ້າລວມ, ເວົ້າສະເພາະ ກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ກັບກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ມີຄວາມແໜ້ນ
ແຟ້ນຍິ່ງຂຶ້ນ.

     ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງ ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ພ້ອມຄະນະຄັ້ງນີ້, ຍັງໄດ້ເຂົ້າຢ້ຽມຂໍ່າ
ນັບ ສະຫາຍ ຟາມ ມິ່ງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ພົນເອກ ຟາມ ວັນ ຢາງ ກຳມະການກົມການເມືອງສູນກາງພັກ ລັດ
ຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/06/2022