ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ບົ່ງຕົວ​ແຕ່ງ​ຕັ້ງ​ກຳມະການ​ພັກ ​ແລະ ຮອງ​ຫົວໜ້າກົມໃຫຍ່ເສນາທິການກອງທັບ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 2 ມີນາ 2022 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດການແຕ່ງຕັ້ງເລຂາ, ຄະນະປະຈໍາພັກ, ປະທານກວດກາພັກ, ບົ່ງຕົວແຕ່ງ
ຕັ້ງກໍາມະການພັກ ແລະ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າ ແລະ ຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ໂດຍການ
ເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງ
ກັນປະເທດ, ມີຄະນະພັກ-ຄະນໍາກະຊວງ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນຊາອົງການ, ກົມ, ຫ້ອງການ ແລະ ພາກສ່ວນທີ່
ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີວ່າ
ດ້ວຍການແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ເປັນຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ, ມະຕິຕົກລົງ
ຂອງ ຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນກໍາມະການຄະນະພັກ, ກໍາມະການປະຈໍາພັກ ແລະ ເລຂາຄະນະພັກກົມໃຫຍ່ເສນາ
ທິການກອງທັບ; ຄະນະພັກ ກະຊວງປ້ອງກັນປະເທດ ຕົກລົງບົ່ງຕົວແຕ່ງຕັ້ງ: ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສ
ນາທິການກອງທັບ ເປັນກໍາມະການຄະນະພັກ ທັງເປັນກໍາມະການປະຈໍາພັກ ແລະ ເລຂາຄະນະພັກ ກົມໃຫຍ່ເສນາທິການກອງທັບ (ປ່ຽນແທນ ສະຫາຍ
ພົນຕີ ຈັນທອງ ສອນຕະອາດ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່); ບົ່ງຕົວແຕ່ງຕັ້ງປ່ຽນແທນກໍາມະການຄະນະພັກ, ກໍາມະການປະຈໍາພັກ ແລະ ປະທານກວດກາ
ພັກຄະນະພັກກົມໃຫຍ່ເສນາທິການກອງທັບ ຄື: ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນກໍາມະການປະ
ຈໍາພັກ (ປ່ຽນແທນ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຍົກຍ້າຍໄປຮັບໜ້າທີ່ໃໝ່), ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຫົວໜ້າກົມ
ກໍາລັງພົນ ເປັນກໍາມະການປະຈໍາພັກ ກົມໃຫຍ່ເສນາທິການກອງທັບ (ປ່ຽນແທນ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຍົກຍ້າຍໄປຮັບໜ້າທີ່ໃໝ່),
ສະຫາຍ ພັນເອກ ອໍາພອນ ທະວີໄຊ ຫົວໜ້າກົມກົດລັບ ເປັນກໍາມະການຄະນະພັກອົງການກົມໃຫຍ່ເສນາທິການກອງທັບ. ພ້ອມກັນນັ້ນ, ຍັງໄດ້ຜ່ານຂໍ້ຕົກ
ລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະ
ຫາຍ ພັນເອກ ສໍາລານ ສິລິໂພຄໍາ ເປັນຫົວໜ້າ ກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ (ປ່ຽນແທນ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ
ຍົກຍ້າຍໄປຮັບໜ້າທີ່ໃໝ່ ), ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ເປັນຮອງ ຫົວໜ້າກົມ.

     ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີິ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນ ໂອ້ລົມຕໍ່ຜູ້ທີ່ໄດ້ໜ້າທີ່ໃໝ່ ຫຼາຍບັນຫາ ແລະ
ເນັ້ນໜັກໃຫ້ແຕ່ລະສະຫາຍ ສືບຕໍ່ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ພ້ອມກັນສຸມໃສ່ເຮັດໜ້າທີ່ການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນ
ຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນເຮັດວຽກໃຫ້ຮັດກຸມ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດ
ວຽກເປັນໝູ່ຄະນະ, ແບບແຜນເຮັດວຽກຕ້ອງມີຂັ້ນຕອນ, ມີຈຸດສຸມ ແລະ ປະຕິບັດໜ້າທີ່ໃຫ້ສໍາເລັດສູງກວ່າເກົ່າ ພ້ອມກັນກໍ່ສ້າງກອງທັບ ປະຊາຊົນລາວ
ກ້າວຂຶ້ນເປັນກອງທັບທີ່ມີລະບຽບແບບແຜນ ທັນສະໄໝເປັນກ້າວໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/03/2022