ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ຈັດກອງປະຊຸມເຜີຍແຜ່ແຜນການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ


     ວັນທີ 6 ມິຖຸນາ 2022 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ແຜນການ, ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ໃຫ້ແຕ່ລະຄະນະຮັບຜິດ
ຊອບໃນການເຝິກຊ້ອມວຽກງານກອບກູ້ໄພພິບັດ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ) ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ຈັນ
ທອງ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ, ຄະນະ 4 ກົມໃຫຍ່, ຄະນະຊ່ວຍວຽກແຕ່ລະດ້ານ ແລະ
ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນຕີ ວົງສະຫວັນ ທໍາມະວົງໄຊ ຮອງຫົວໜ້າ ພະແນກຍຸດທະວິທີ ກົມອົບຮົມກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ
ປ້ອງກັນປະເທດ ວ່າດ້ວຍການອະນຸມັດ ໃຫ້ກົມໃຫຍ່ເສນາທິການ ເປັນເຈົ້າການໃນການຊີ້ນໍາຈັດຕັ້ງເຝິກຊ້ອມກອບກູ້ໄພພິບັດ ຮ່ວມລະຫວ່າງ ກອງທັບ
ປະຊາຊົນລາວ-ກອງທັບປະຊາຊົນ ຫວຽດນາມ-ກອງທັບຣາຊະອານາຈັກກໍາປູ​ເຈຍ ເພື່ອເພີ່ມທະວີການພົວພັນຮ່ວມມື ທາງດ້ານການກອບກູ້ໄພພິບັດຮ່ວມ
3 ກອງທັບ ໃຫ້ນັບມື້ນັບມີຄວາມເຂັ້ມແຂງ ແລະ ຕອບໂຕ້ໄພພິບັດເກີດຂຶ້ນໄດ້ຢ່າງທັນການ. ທັງເປັນການເຝິກຊ້ອມ, ການແລກປ່ຽນບົດຮຽນປະສົບການ
ຮ່ວມມືທາງດ້ານວິຊາສະເພາະ, ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ມີຄວາມຊໍານິຊໍານານສ້າງໄດ້ພະນັກງານ-ນັກຮົບຂອງແຕ່ລະກອງທັບມີຄວາມສາ
ມາດ ໃນການປະສານສົມທົບ ໃນການກຽມພ້ອມກອບກູ້ໄພພິບັດຮ່ວມກັນ ໃນສະເພາະໜ້າ ແລະ ອະນາຄົດຂອງທັງ 3 ກອງທັບ. ພ້ອມນີ້, ຍັງເປັນການ
ເສີມສ້າງຄວາມສະມັກຄີ, ມິດຕະພາບ, ຄວາມເຂົ້າໃຈ, ທັງເປັນການແລກປ່ຽນດ້ານສີລະປະ-ວັນນະຄະດີ, ກີລາກາຍະກໍາ, ຮີດຄອງປະເພນີ ແລະ ວັດທະນະ
ທຳຂອງຊາດ. ການເຝິກອົບຮົມໃນຄັ້ງນີ້ປະກອບມີ 3 ພາກໃຫຍ່ຄື: ຊອກຄົ້ນ-ກອບກູ້ຜູ້ປະສົບໄພທາງນໍ້າ ມີຂັ້ນຕອນ ຄື: ຊອກຄົ້ນ-ກອບກູ້ຜູ້ປະສົບໄພ ທີ່
ຈົມຢູ່ໃຕ້ນໍ້າດ້ວຍໜ່ວຍຕ້ານ, ກອບກູ້ ແລະ ຍົກຍ້າຍເອົາຜູ້ທີ່ຕົກຄ້າງຢູ່ບ້ານເຮືອນ ແລະ ເກາະດອນ, ກອບກູ້ເອົາຜູ້ທີ່ຕົກຄ້າງ ຢູ່ຈຸດຕ່າງໆທີ່ເຮືອເຂົ້າເຖິງ
ດ້ວຍ ເຮືອບິນ. ຊອກຄົ້ນກອບກູ້ຜູ້ປະສົບໄພທາງອາກາດມີຂັ້ນຕອນຄື: ນຳສົ່ງໜ່ວຍຊອກຄົ້ນດ້ວຍເຮືອບິນເຂົ້າໄປເຂດທຸລະກັນດານທີ່ບໍ່ອາດເຂົ້າໄປໄດ້
ດ້ວຍທາງບົກ ແລະ ທາງນໍ້າ, ນໍາສົ່ງຄົນເຈັບໜັກດ້ວຍຍົນໄປໂຮງໝໍແນວຫຼັງ, ໜ່ວຍແພດສຸກເສີນປະຖົມພະຍາບານຜູ້ບາດເຈັບຢູ່ທ່າເຮືອ ແລະ ຈັດສົ່ງໄປ
ໂຮງໝໍພາກສະໜາມ. ຊອກຄົນ-ກອບກູ້ຜູ້ປະສົບໄພທາງບົກມີຂັ້ນຕອນຄື: ຊອກຄົນຜູ້ປະສົບໄພທີ່ຕົນເຄື່ອນທັບຖົມດ້ວຍໜ່ວຍກູ້ໄພ, ຊອກຄົ້ນ-ກອບກູ້
ຜູ້ປະສົບໄພທີ່ຖືກອາຄານທັບຖົມດ້ວຍໜ່ວຍກູ້ໄພ, ໜ່ວຍແພດສຸກເສີນປະຖົມພະຍາບານຜູ້ບາດເຈັບ ແລະ ຈັດສົ່ງໄປໂຮງໝໍພາກສະໜາມດ້ວຍລົດ, ນໍາ
ໃຊ້ໜ່ວຍກອບກູ້ເຂົ້າຊ່ວຍເຫຼືອຜູ້ຖືກສານພິດ, ນໍາໃຊ້ໜ່ວຍກວດກາເຄມີເຂົ້າໄປກວດກາໃນເຂດທີ່ສົງໄສວ່າມີສານເຄມີຮົ່ວໄຫຼ, ນຳໃຊ້ຜູ້ວິເຄາະເຄມີວິ
ເຄາະຊອກຫາຊະນິດເຄມີ ທີ່ຮົ່ວໄຫຼເພື່ອຫາວິທີແກ້ໄຂໃຫ້ທັນເວລາ, ນໍາໃຊ້ໜ່ວຍລົບລ້າງປະຕິບັດລົບລ້າງຜູ້ຖືກສານເຄມີ ແລະ ມອບສົ່ງໃຫ້ໜ່ວຍແພດ
ປິ່ນປົວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/06/2022