ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກປທ ພົບ​ປະ​ໂອ້​ລົມ​ພະນັກງານຫຼັກ​ແຫຼ່ງ
ຢູ່ກອງບັນຊາການທະຫານ ແຂວງອັດຕະປື


ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 7 ກຸມາພາ 2022 ນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມ
ໃຫຍ່ການເມືອງກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານ ແຂວງອັດຕະປື, ໂດຍໃຫ້ກຽດຕ້ອນ
ຮັບຂອງ ສະຫາຍ ພັນເອກ ໂຊກໄຊ ພິມມະລາ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງອັດຕະປື ພ້ອມຄະນະ, ມີບັນ
ດາສະຫາຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ການລົງຢ້ຽມຢາມ ຂອງສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນຄັ້ງນີ້ໄດ້ຮັບຟັງການລາຍງານສະພາບທົ່ວໄປ ໂດຍຫຍໍ້ຈາກສະຫາຍ
ພັນເອກ ໂຊກໄຊ ພິມມະລາ ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງ ຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະ
ຫຼອດໄລຍະຜ່ານມາ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ໃນການປັບປຸງກໍ່ສ້າງກຳລັງປະກອບອາວຸດ ໃຫ້
ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ, ລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານປະຕິບັດ 3 ສ້າງ 4 ເນື້ອໃນ 4 ຄາດໝາຍ, ກຽມພ້ອມສູ້ຮົບ,
ເຄື່ອນໄຫວສູ້ຮົບ, ແກ້ໄຂເຂດເກາະຫ້ອຍ ພ້ອມທັງເຮັດໜ້າທີ່ການເມືອງໃຫ້ສະພາບມີຄວາມສະຫງົບ.

     ໂອກາດນີ້, ສະຫາຍ ຮອງລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະ​ເທດ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດ ຫຼາຍດ້ານທີ່ ກອງບັນຊາການທະຫານແຂວງອັດຕະປື
ຍາດມາໄດ້ ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕະຫຼອດຮອດ ພະນັກງານ-ນັກຮົບ ທົ່ວກອງບັນຊາການທະ
ຫານແຂວງ ສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເປັນຫຼັກແຫຼ່ງໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາ,
ໄປພ້ອມກັນນີ້ ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນ ວິທີເຮັດວຽກຂອງ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກ
ສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງ
ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ເຮັດໃຫ້ກຳລັງກາຍເປັນກຳລັງຫຼັກແຫຼ່ງຂອງກອງທັບເຮົາ, ສຸມໃສ່ສ້າງພະລາທິການ ກັບທີ່ເພື່ອຮັບປະກັນກຸ້ມຕົນເອງ,
ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/02/2022