ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໂຄງການກໍ່ສ້າງສ້ອມແປງກຸ່ມບ້ານ​ພັດທະນາ​ທົ່ງ​ກາຫຼົງ


ພິທີມອບ-ຮັບໂຄງການກໍ່ສ້າງສ້ອມແປງກຸ່ມ ບ້ານທົ່ງກາຫຼົງເມືອງປາກຊ່ອງແຂວງຈໍາປາສັກ

     ພິທີມອບ-ຮັບໂຄງການກໍ່ສ້າງສ້ອມແປງກຸ່ມ ບ້ານທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈໍາປາສັກ ໂດຍແມ່ນທຶນຊ່ວຍເຫຼືອຈາກ ກະຊວງປ້ອງກັນປະເທດ
ສສ ຫວຽດນາມ ໄດ້ຈັດຂຶ້ນໃນ ວັນທີ 2 ມີນາ 2022 ນີ້ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ສີດາລໍ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິ
ການກອງທັບປະຊາຊົນລາວ, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ໂງ ແມ້ງ
ຮຸງ ຜູ້ອຳນວຍການບໍລິສັດມິດຕະພາບ 206 ສສ ຫວຽດນາມ, ມີຄະນະນໍາ ກອງພັດທະນາທົ່ງກາຫຼົງ ແລະ ຄະນະພັກ-ອົງການປົກຄອງບ້ານ 5 ບ້ານ ໃນ
ກຸ່ມທົ່ງກາຫຼົງ ເຂົ້າຮ່ວມ.

     ສະຫາຍ ໂງ ແມ້ງ ຮຸງ ໄດ້ກ່າວວ່າ: ໂຄງການກໍ່ສ້າງສ້ອມແປງກຸ່ມບ້ານພັດທະນາ ທົ່ງກາຫຼົງ ເລີ່ມຈັດຕັ້ງປະຕິບັດມາແຕ່ ວັນທີ 3 ສິງຫາ ຫາວັນທີ 31
ທັນວາ 2021 ເຊິ່ງມີ 10 ໜ້າວຽກໃຫຍ່ຄື: ໂຄງການສ້ອມແປງຢູ່ ບ້ານ ທົ່ງກາຫຼົງ ລວມມີ: ສ້ອມແປງສຸກສາລາ, ໂຮງຮຽນອານຸບານ, ໂຮງຮຽນປະຖົມ,
ໂຮງຮຽນມັດທະຍົມຕົ້ນ ແລະ ມັດທະຍົມປາຍ ແລະ ສ້ອມແປງລະບົບນ້ໍາລິນ ບ້ານທົ່ງກາຫຼົງ; ສ້ອມແປງໂຮງຮຽນມັດທະຍົມຕົ້ນ ແລະ ໂຮງຮຽນປະຖົມ
ສົມບູນ ບ້ານກອງຕຸ່ນ, ສ້ອມແປງໂຮງຮຽນມັດທະຍົມຕົ້ນ ບ້ານຫ້ວຍຊອຍ ແລະ ນ້ຳກົງ, ສ້ອມແປງລະບົບນ້ໍາລິນ ບ້ານໜອງເຂືອງນ້ອຍ ແລະ ສ້ອມແປງ
ລະບົບນ້ຳລິນ ບ້ານຫ້ວຍຊອຍ ແລະ ນ້ໍາກົງ ລວມມູນຄ່າການກໍ່ສ້າງສ້ອມແປງທັງໝົດ 3.423.257.571 ກີບ ໂດຍແມ່ນທຶນຊ່ວຍເຫຼືອຈາກ ກະຊວງ
ປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ທັງໝົດມາຮອດປັດຈຸບັນ, ບັນດາກິດຈະກໍາຕ່າງໆ ໄດ້ສໍາເລັດ 100% ແລະ ຂໍມອບໂຄງການ ໃຫ້ຄະນະພັກ-ອົງ
ການປົກຄອງແຂວງ, ເມືອງປາກຊ່ອງ ກໍຄືຄະນະພັກ-ອົງການປົກຄອງທ້ອງຖິ່ນຄຸ້ມຄອງ ແລະ ນຳໃຊ້.

     ໃນໂອກາດກ່າວຮັບ, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ໄດ້ມີຄໍາເຫັນວ່າ: ໂດຍອີງຕາມກອງປະຊຸມພັດທະນາກຸ່ມບ້ານຊາຍແດນ ລາວ-ຫວຽດ
ນາມ 3 ແຂວງພາກໃຕ້ລາວ ທີ່ຈັດຂຶ້ນໃນ ວັນທີ 7 ມິຖຸນາ 2021 ເພື່ອຈັດຕັ້ງປະຕິບັດບັນດາກິດຈະການຕ່າງໆ ໃຫ້ສໍາເລັດນັ້ນ, ເຈົ້າແຂວງ ແຂວງຈຳປາ
ສັກ ໄດ້ອອກຂໍ້ຕົກລົງເລກທີ 10/ຈຂ.ຈສ, ລົງວັນທີ 15 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງໂຄງການພັດທະນາຊາຍແດນ
ຂັ້ນແຂວງ, ຂັ້ນເມືອງ ແລະ ໄດ້ແຕ່ງຕັ້ງຄະນະກອງພັດທະນາປະຈໍາກຸ່ມ ບ້ານທົ່ງກາຫຼົງ ເມືອງປາກຊ່ອງ. ທັງສອງຝ່າຍແຂວງຈໍາປາສັກ ເຈົ້າຂອງໂຄງການ
ແລະ ບໍລິສັດມິດຕະພາບ 206 ສສ ຫວຽດນາມ ໄດ້ຮ່ວມກັນເຊັນສັນຍາຮັບເໝົາສ້ອມແປງໂຄງການທີ່ກຸ່ມ ບ້ານ ທົ່ງກາຫຼົງ, ຈາກນັ້ນກໍອອກຂໍ້ຕົກລົງ
ແຕ່ງຕັ້ງພະນັກງານຮັບຜິດຊອບຕິດຕາມ, ກວດການການຈັດຕັ້ງປະຕິບັດໂຄງການ ແລະ ແຕ່ງຕັ້ງໃຫ້ຄະ ນະກອງພັດທະນາກຸ່ມ ບ້ານ ທົ່ງກາຫຼົງ ຕິດຕາມ,
ກວດກາປະຈໍາພາກສະໜາມ ເພື່ອຮັບປະກັນຄຸນນະພາບ ແລະ ສຳເລັດຕາມຄາດໝາຍ. ໂຄງການພັດທະນາ ທົ່ງກາຫຼົງ ແມ່ນໂຄງການຮ່ວມມືພິເສດຮອບ
ດ້ານ ລາວ-ຫວຽດນາມ, ກວມເອົາ 5 ບ້ານ ຄື: ບ້ານທົ່ງກາຫຼົງ, ບ້ານໜອງເຂືອງນ້ອຍ, ບ້ານນໍ້າກົງ, ບ້ານຫ້ວຍຊອຍ ແລະ ຄອບຄົວທະຫານ ບ້ານກອງ
ຕຸ່ນ, ໃນນັ້ນວຽກງານໃຈກາງໃນການພັດທະນາ ບ້ານທົ່ງກາຫຼົງ ແມ່ນໄດ້ປັບປຸງການຈັດຕັ້ງໃນລະບົບການເມືອງໃຫ້ເຂັ້ມແຂງ, ມີຄະນະພັກຮາກຖານນໍາພາ-
ຊີ້ນໍາ, ມີ 3 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 60 ສະຫາຍ, ຍິງ 12 ສະຫາຍ. ຜ່ານມາໄດ້ເອົາໃຈໃສ່ປັບປຸງກໍາລັງ ປກສ, ກອງຫຼອນ ຮັບປະກັນ
ໃຫ້ບ້ານເປັນເຈົ້າການໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ສ້າງພື້ນຖານໂຄງລ່າງທີ່ຈໍາເປັນ ເຊັ່ນ: ເສັ້ນທາງ, ໄຟຟ້າ, ນໍ້າສະອາດຮັບໃຊ້ຊີວິດ
ການເປັນຢູ່, ນໍ້າຮັບໃຊ້ການຜະລິດ, ໂຮງຮຽນ, ສຸກສາລາ, ຫໍວັດທະນະທໍາ, ເຮັດໃຫ້ຈຸດໃຈກາງຂອງ ບ້ານທົ່ງກາຫຼົງ ມີສີສັນຄ້າຍຄືຕົວເມືອງນ້ອຍ ຢູ່ຊົນ
ນະບົດ. ໄດ້ຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ ດ້ວຍການສົ່ງເສີມການປູກ-ການລ້ຽງດ້ວຍການຈັດຕັ້ງເປັນ ກຸ່ມ ເພື່ອຜະລິດເປັນສິນຄ້າ ແລະ ແກ້ໄຂຄວາມ
ທຸກຍາກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/03/2022