ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດ​ກອງ​ປະຊຸມ ປະຈໍາປີ 2021


ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ໃນວັນທີ 10 ມີນາ 2022 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການນໍາພາຂອງຄະນະພັກ ວິທະຍາ
ຄານປ້ອງກັນຊາດ ໄກສອນ ພົມວິຫານ ປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ
ພັນໄຊຍະສຸກ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງ ວປກ, ມີຮອງເລຂາຄະນະພັກ ພ້ອມດ້ວຍບັນດາຄະນະ
ພັກ ວປກ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ຄະນະປະຈຳພັກ ຮອງຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຍົກ
ໃຫ້ເຫັນໝາກຜົນທີ່ຍາດມາໄດ້ໃນຕະຫຼອດໄລຍະ 1 ປີຜ່ານມາ ເປັນຕົ້ນແມ່ນການຊີ້ນໍາຂະບວນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-
ນັກຮົບແຕ່ລະພາກສ່ວນກໍາໄດ້ແນວທາງນະໂຍບາຍຂອງພັກ, ການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ຄັ້ງ
ທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ແລະ ແຜນການພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX ສໍາເລັດ, ການເປີດຂະບວນການແຂ່ງຂັນ
ປະຈຳປີ 2021 ເພື່ອຂໍ່ານັບຮັບຕ້ອນບັນດາວັນປະຫວັດສາດສໍາຄັນຕ່າງໆ ຢ່າງເປັນຂະບວນການກວ້າງຂວາງ ເປັນຕົ້ນແມ່ນການຈັດຕັ້ງສະເຫຼີມສະຫຼອງ
ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 72 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ, ວັນສ້າງຕັ້ງ ວປກ ຄົບຮອບ 25
ປີ ແລະ ນໍາພາພະນັກງານໄປເຂົ້າຮ່ວມຮັບຟັງປາຖະກະຖາຢູ່ ກົມໃຫ່ຍການເມືອງກອງທັບ 02 ຄັ້ງ ມີຈຳນວນພົນເຂົ້າຮ່ວມ 290 ສະຫາຍ, ໂຄສະນາປຸກລະ
ດົມພະນັກງານ, ນັກຮົບຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນນັກສຶກສາໃຫ້ປະຕິບັດຢ່າງເຂັ້ມງວດຕໍ່ມາດຕາການປ້ອງກັນການລະບາດຂອງພະຍາດ ໂຄວິດ-19,
ສ້າງຟິມມູນເຊື້ອ ວປກ ຄົບຮອບ 25 ປີ, ສົ່ງຂ່າວລົງໜັງສືພິມ, ໂທລະພາບ, ວິທະຍຸ, ຖ່າຍພາບ, ຖ່າຍວິດີໂອ, ຂຽນຂ່າວ, ອ່ານຂ່າວ, ອັດຂ່າວໂທລະພາບ
573 ຄັ້ງ, ເປີດ-ປິດໂທລະໂຄ່ງ, ຕິດຕັ້ງເຄື່ອງສຽງ 2,034 ຄັ້ງ, ນອກຈາກນັ້ນຍັງໄດ້ສ້າງລາຍການໂທລະພາບ ວປກ ເພື່ອຕອບສະໜອງໃຫ້ໂທລະພາບ
ກອງທັບຈຳນວນໜຶ່ງ. ໄດ້ຂຽນບົດວິທະຍາສາດ 06 ບົດ; ໄດ້ຈັດຕັ້ງກອງປະຊຸມຜ່ານຫົວບົດວິທະຍານິພົນ ນັກສຶກສາປະລິນຍາໂທຊຸດທີ 13; ຮັບປື້ມສໍາ
ມະນາຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດຈໍານວນ 70 ຫົວ, ວປກ ຈັດພິມປຶ້ມສໍາມະນາວິທະຍາສາດ ຮ່ວມ 04 ສະຖາບັນຈໍານວນ 300
ຫົວ, ວາລະສານກໍ່ສ້າງພັກ 10 ຫົວ, ວາລະສານອາລຸນໃໝ່ 12 ຫົວ, ຮັບ ແລະ ຊື້ວາລະສານ 16 ຊະນິດມີ 156 ຫົວ, ຈັດພິມວາລະສານ ວປກ ສະບັບທີ
20 ສໍາເລັດຈໍານວນ 1,000 ຫົວ, ແຈກຢາຍເອກະສານການທະຫານ-ການເມືອງໃຫ້ສະມາຊິກສະພາຂັ້ນ ວປກ ແລະ ຂັ້ນວິຊາການໄດ້ 04 ຫົວບົດເທົ່າກັນ
72 ຫົວ, ລົງທະບຽນປຶ້ມ ແລະ ຕິດບາໂຄດໄດ້ 397 ຊະນິດ, ສະແກນປຶ້ມເພື່ອສ້າງເປັນເອກະສານດີຈີຕອນໄດ້ 132 ຫົວເລື່ອງ, ປັດຈຸບັນສະແກນໄດ້ທັງ
ໝົດ 3,351 ຫົວເລື່ອງ. ຊີ້ນຳປັບປຸງການຈັດຕັ້ງຮາກຖານພັກແຕ່ງຕັ້ງ ໄດ້ 13 ໜ່ວຍພັກ, ບົ່ງຕົວບຸກຄະລາກອນເຂົ້າໃນຄະນະໜ່ວຍພັກຈໍານວນ 39 ສະ
ຫາຍ. ຂະຫຍາຍສະມາຊິກພັກໃໝ່ 100 ສະຫາຍ, ຍິງ 27 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ 55 ສະຫາຍ ແລະ ຈັດຕັ້ງ
ຮຽນກົດລະບຽບພັກໃຫ້ມະຫາຊົນຜູ້ກ້າວໜ້າ 174 ສະຫາຍ, ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 20 ໜ່ວຍພັກ. ປັບປຸງ ແລະ ປະ
ກາດການຈັດຕັ້ງຂັ້ນກົມ ແລະ ທຽບເທົ່າ 13 ສະຫາຍ, ຂັ້ນຫົວໜ້າພະແນກ 13 ສະຫາຍ, ຂັ້ນຮອງຫົວໜ້າພະແນກ 17 ສະຫາຍ, ຄະນະພັກ-ຄະນະບັນຊາ
ແລະ ພະນັກງານໄດ້ຮັບການ ເລື່ອນຊັ້ນ-ທຽບຊັ້ນ ແຕ່ຮ້ອຍຕີ ຮອດ ພົນຈັດຕະວາ ຈໍານວນ 224 ສະຫາຍ, ໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ, ນັກຮົບ
ໃນເວລາເຈັບເປັນ ແລະ ເສຍຊີວິດຢ່າງທົ່ວເຖິງ ແລະ ສອດຄ່ອງລວມ ເປັນເງິນ 49.050.000 ກີບ, ອະນຸມັດສ້າງຄອບຄົວໃໝ່ 35 ຄູ່ ( ກົມໃຫຍ່ການ
ເມືອງກອງທັບອະນຸມັດ 14 ຄູ່ ), ມອບໃບຍ້ອງຍໍໃຫ້ນັກສຶກສາສົກປີ 2021 ຂັ້ນກົມໃຫຍ່ການເມືອງກອງທັບ 36 ສະຫາຍ, ຂັ້ນ ວປກ 52 ສະຫາຍ. ສຳ
ເລັດການຈັດຕັ້ງປ້ອງກັນວິທະຍານິພົນໃຫ້ນັກສຶກສາຮຽນຈົບ, ສອບເສັງຈົບຊັ້ນ, ສອບເສັງ ເລື່ອນຊັ້ນ ແລະ ຈັດຕັ້ງປິດສົກຮຽນ 2020-2021 ສຳເລັດ
ຕາມແຜນການ; ມີນັກສຶກສາຮຽນຈົບ 362 ສະຫາຍ, ຍິງ 06 ສະຫາຍ, ສອບເສັງບັນລຸໄດ້ຄາດໝາຍ 100% ໃນນັ້ນໄດ້ເກດ A: 39 ສະຫາຍ ເທົ່າກັບ
10,77%, ເກດB+: 210 ສະຫາຍ ເທົ່າກັບ 58,01 %; ເກດB: 64 ສະຫາຍ ເທົ່າກັບ 17,67 %, ເກດC+: 49 ສະຫາຍ ເທົ່າກັບ 13,53 %, ວຽກ
ງານຊອກແຫຼ່ງລາຍຮັບ: ຮັບຈາກການປູກຝັງ-ລ້ຽງສັດ ແລະ ບໍລິການອື່ນໆ ເພື່ອເປັນລາຍຮັບເຂົ້າກົມກອງໄດ້ຈໍານວນ 268,027,000 ກີບ, ນອກຈາກ
ນີ້ຍັງໄດ້ຮັບຟັງການເຜີຍແຜ່ທິດທາງແຜນການປະຈຳປີ 2022 ອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/03/2022