ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດ​ແຕ່ງ​ຕັ້ງ, ຍົກຍ້າຍ ​ແລະ ມອບ-ຮັບໜ້າທີ່ ການ​ນຳ​ຂັ້ນ​ສູງ


ການເຊັນບົດບັນທຶກ ມອບ-ຮັບໜ້າທີ່ຢ່າງເປັນທາງການລະຫວ່າງສະຫາຍພົນຕີຄໍາລຽງອຸທະໄກສອນ ສະຫາຍພົນຕີຈັນທອງສອນຕະອາດ

     ພິທີປະກາດການແຕ່ງຕັ້ງ, ຍົກຍ້າຍ ແລະ ມອບ-ຮັບໜ້າທີ່ການນຳຂັ້ນສູງ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການໃນ ວັນທີ 11 ກຸມພາ
2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ
ຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະນຳບັນດາກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນຊາອົງການ, ກົມກອງອ້ອມ
ຂ້າງກະຊວງ ແລະ ຜູ້ທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ເຂົ້າຮ່ວມ.

     ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ອ່ານຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າ
ດ້ວຍການຍົກຍ້າຍ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ວ່າການຫົວໜ້າກົມໃຫຍ່ເສນາທິການກອງທັບ ໄປຮັບໜ້າທີ່ໃໝ່ເປັນ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ; ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະ
ເທດ ທັງເປັນຫົວໜ້າກົມໃຫຍ່ເສນາທິການ ກອງທັບ; ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ພົນຕີ ຄໍາລຽງ ອຸ
ທະໄກສອນ ກຳມະການສູນກາງພັກ ເປັນກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍ
ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄປຮັບໜ້າທີ່ໃໝ່ ເປັນຮອງເລຂາພັກແຂວງໄຊ
ສົມບູນ.

     ເພື່ອເຮັດໃຫ້ພິທີດັ່ງກ່າວ ມີຄວາມໝາຍ, ຄວາມສໍາຄັນເລິກເຊິ່ງ ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ ລະຫວ່າງ ສະຫາຍ
ພົນຕີ ຈັນທອງ ສອນຕະອາດ ວ່າການ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ (ຜູ້ເກົ່າ) ແລະ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຫົວໜ້າກົມໃຫຍ່ເສ
ນາທິການກອງທັບ (ຜູ້ໃໝ່).

     ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ກ່ອນອື່ນສະຫາຍ
ໄດ້ສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກ ບາງບັນຫາ ໂດຍຮຽກ
ຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາໃຈໃສ່ນຳພາ-ຊີ້ນຳການເມືອງແນວຄິດ ໃຫ້ແກ່ພະນັກງານ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ຂອງຕົນໃຫ້
ສູງ, ເອົາໃຈໃສ່ປັບປຸງແບບແຜນວີທີເຮັດວຽກແບບແຜນວິທີນຳພາໃຫ້ໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ,
ກຳແໜ້ນ ແລະ ປະຕິບັດ ຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ເອົາໃຈໃສ່ປັບປຸງວຽກງານກໍ່ສ້າງ
ພັກ-ກໍ່ສ້າງພະນັກງານໃຫ້ມີຄວາມກ້າວໜ້າ ແລະ ບັນຫາອື່ນໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/02/2022