ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສະເພາະກິດກະຊວງປ້ອງກັນປະເທດ ລົງເຄື່ອນໄຫວກວດກາ
ການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູູ່ທະຫານແຂວງໄຊຍະບູລີ

     ໃນຕອນເຊົ້າວັນທີ 13 ພຶດສະພາ 2021 ນີ້ ຄະນະສະເພາະກິດກະຊວງປ້ອງກັນປະເທດ ໄດ້ລົງເຄື່ອນໄຫວກວດກາການປ້ອງກັນ ແລະ ສະກັດກັ້ນ
ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ໂດຍມີກອງພົນທີ 2 ເຂົ້າຮ່ວມນຳ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະ
ວາ ວັນທອງ ບຸດຕະວົງ ຮອງກົມໃຫຍ່ເສນາທິການກອງທັບ ຮອງຫົວໜ້າຄະນະສະ ເພາະກິດກະຊວງປ້ອງກັນປະເທດພ້ອມຄະນະ, ມີບັນດາສະຫາຍໃນຄະ
ນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງໄຊຍະບູລີ, ຄະນະພັກ-ຄະນະບັນຊາກອງພົນທີ 2 ເຂົ້າຮ່ວມ.

     ໃນໂອກາດນີ້ຍັງໄດ້ຮັບຟັງການລາຍງານບາງສະພາບການໂດຍຫຍໍ້ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຈາກສະ
ຫາຍ ພັນເອກ ໄວຍາກອນ ເພັດສະລາດ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງໄຊຍະບູລີ ແລະ ສະຫາຍ ພັນເອກ ຄຳດີ ໄຊຍະວົງ ຫົວ
ໜ້າການທະຫານກອງພົນທີ 2 ເຊິ່ງຕະຫຼອດໄລຍະທີ່ຜ່ານມາ ແຕ່ລະກົມກອງແມ່ນໄດ້ພ້ອມກັນເອົາໃຈໃສ່ ກ່ຽວກັບການເພີ່ມທະວີ ການຈັດຕັ້ງປະຕິບັດ
ບັນດາມາດຕະການ ໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍການຈັດຕັ້ງປະຕິບັດຕາມຄໍາສັ່ງເລກທີ່ 15/ນຍ ລົງວັນທີ 21 ເມສາ 2021
ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ແລະ ສະກັດກັ້ນຄວບຄຸມເພື່ອຕອບຕ້ານກັບພະຍາດໂຄວິດ-19 ກໍ່ຄືແຈ້ງການຂອງກະຊວງປ້ອງກັນປະເທດ
ສະບັບເລກທີ່ 2151/ກປທ ລົງວັນທີ 22 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການປ້ອງ ແລະ ສະກັດກັ້ນ, ຄວບຄຸມ, ກຽມພ້ອມຮອບດ້ານ ເພື່ອ
ຕ້ານພະຍາດໂຄວິດ-19 ແລະ ຄໍາສັ່ງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບຂອງທຸກພາກສ່ວນ ເພື່ອສະກັດກັ້ນ, ປ້ອງ
ກັນຄວມຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ທັນເວລາ. ເຊິ່ງແຕ່ລະກົມກອງ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດ ມາດຕະ
ການຕ່າງໆ ຢ່າງເຂັ້ມງວດ ໂດຍສະເພາະແມ່ນການເຂົ້າ-ອອກກົມກອງ, ການແຕ່ງຕັ້ງພະນັກງານ-ນັກຮົບ ລົງໄປປະຈຳການ ຕາມຈຸດກວດກາຄົນເຂົ້າ-ອອກ
ເມືອງ ແລະ ຈັດຕັ້ງໜ່ວຍງານແພດໝໍປະຈຳກົມກອງ ນຳເອົາອຸປະກອນກວດກາ ວັດແທກອຸນຫະພູມຮ່າງກາຍ, ເຈວລ້າງມື ລົງເຮັດໜ້າທີ່ກວດກາວັດແທກ
ອຸນຫະພູມ, ລ້າງມືໂດຍເຈວເພື່ອຂ້າເຊື້ອ ໃຫ້ພະ ນັກງານ-ນັກຮົບ ທີ່ເຂົ້າ-ອອກຄ້າຍຢ່າງເຄັ່ງຄັດ. ໃຊ້ຜ້າອັດປາກ, ດັງ.

     ໂອກາດດຽວກັນນີ້ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກໍ່ໄດ້ຊີ້ນຳໃຫ້ຄະນະພັກ-ຄະນະບັນຊາ ກົມກອງ ກຳລັງທ້ອງຖິ່ນ ແລະ ກຳລັງຫຼວງ ທີ່ປະ
ຈຳການຢູ່ແຂວງໄຊຍະບູລີ ຈົ່ງສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ພະນັກງານ-ນັກຮົບ ໃນແຕ່ລະກົມກອງຫ່າງໄກຈາກພະ
ຍາດໂຄວິດ-19 ໃນໂອກາດທີ່ຄະນະສະເພາະກິດ ລົງມາກວດກາຊຸກຍູ້ການປ້ອງກັນພະຍາດໂຄວິດ-19 ໃນຄັ້ງນີ້ ກໍ່ໄດ້ນຳເອົາເຄື່ອງມືອຸປະກອນການແພດ
ມາມອບໃຫ້ກອງບັນຊາການທະຫານແຂວງໄຊຍະບູລີ ແລະ ກອງພົນທີ 2 ເຊັ່ນ: ບາຫຼອດອິນຟາເລດຈຳນວນ 20 ອັນ, ມັດເຈ້ຍ 200 ກັບ, ເຈວແຫ້ງ
500ml 200 ກວດ, ເຫຼົ້າລ້າງມື 500ml 30 ກວດ, ຖົງມື ເບີM 1000 ຄູ່, ມັດແພ 9000 ອັນ, ເພື່ອນຳໃຊ້ເຂົ້າໃນການຄວມຄຸມ ການແຜ່ລະບາດຂອງ
ພະຍາດໂຄວິດ-19.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/05/2021