ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນ ພັນຕີ ຂຶ້ນ ຊັ້ນພັນໂທ ຢູ່ບັນດາກົມກອງເຂດພາກກາງ


     ໃນວັນທີ 14 ທັນວາ 2021 ນີ້, ໄດ້ປະກາດການເລື່ອນຊັ້ນນາຍທະຫານ ຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ບັນດາກົມກອງເຂດພາກກາງ ຢູ່ທີ່ສະໂມສອນ
ກອງພົນທີ 4, ໂດຍການເປັນປະທານຂອງສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີກົມພະນັກງານ, ຄະນະພັກ-
ຄະນະບັນຊາ ກອງພົນທີ 4, ກອງພັນໃຫຍ່ 644, ກອງບັນຊາການທະຫານແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ກອງປະຕິບັດງານ 216, 219, ພ້ອມ
ດ້ວຍພະນັກງານນາຍທະຫານຜູ້ທີ່ໄດ້ຮັບຊັ້ນໃໝ່ ເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ,
ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ບັນດາກົມກອງເຂດພາກກາງ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ
II, ໝວດທີ 3 ມາດຕາທີ 22 ແລະ ມາດຕາ 23, ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພັນຕີ ຂຶ້ນຊັ້ນພັນໂທ ແລະ ເລື່ອນທຽບຊັ້ນພັນຕີ ຂຶ້ນທຽບຊັ້ນ
ພັນໂທ ໃຫ້ນາຍທະຫານ ຢູ່ບັນດາກົມກອງເຂດພາກກາງ, ກະຊວງປ້ອງກັນປະເທດຕົກລົງເລື່ອນຊັ້ນ ຈຳນວນ 43 ສະຫາຍ, ໃນນີ້ ກອງພົນທະຫານຮາບທີ
4 ຈຳນວນ 10 ສະຫາຍ, ກອງພັນໃຫຍ່ 644 ຈຳນວນ 2 ສະຫາຍ, ກອງບັນຊາການທະຫານແຂວງຄຳມ່ວນ ຈຳນວນ 15 ສະຫາຍ, ກອງບັນຊາການທະ
ຫານແຂວງສະຫວັນນະເຂດ ຈຳນວນ 12 ສະຫາຍ, ກອງປະຕິບັດງານ 216 ຈຳນວນ 3 ສະຫາຍ, ກອງປະຕິບັດງານ 219 ຈຳນວນ 1 ສະຫາຍ, ຢ່າງສົມ
ກຽດ. ໃນຕອນທ້າຍ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ໂອ້ລົມຫຼາຍບັນຫາສຳຄັນຕໍ່ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງ
ເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນຢ່າງຕັ້ງ
ໜ້າ, ສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ທັນສະໄໝ, ປະຕິບັດຕາມຫຼັກການລວມສູນປະ
ຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມີແບບແຜນວິທີເຮັດວຽກ ທີ່ນຳພາແບບວິທະຍາສາດ-ປະດິດສ້າງ, ຕັ້ງໜ້າປະກອບສ່ວນປັບປຸງກຳລັງ, ກົມກອງ ໃຫ້
ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງ 3 ປອດ, ກົມກອງວັດທະນະທຳ-ນັກຮົບວັດທະນະທຳ, ມີຄວາມສະດຸ້ງໄວຕໍ່ສະພາບການ
ເພື່ອສ້າງກົມກອງໃຫ້ເຂັ້ມແຂງ, ມີແບບແຜນທີ່ທັນສະໃໝເທື່ອລະກ້າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/12/2021