ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດອົບຮົມບຳລຸງວຽກງານ ປກຊ-ປກສ ໃຫ້ພະນັກງານການນຳພັກ-ລັດ ຊຸດທີ XII

     ຄະນະອຳນວຍການວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີປິດຊຸດອົບຮົມບຳລຸງວຽກງານ ປກຊ-ປກສ ໃຫ້ພະນັກງານການນຳພັກ
ລັດຊຸດທີ XII ໃນວັນທີ 19 ທັນວາ 2016 ນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ເດືອນກວ່າ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າ
ຄຳຟອງ ເລຂາທິ ການສູນກາງພັກປະຊາຊົນປະຕິວັດລາວ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເຊິ່ງມີຄະນະພັກ
ຄະນະບັນຊາ, ພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງຈາກບັນດາກະຊວງ, ອົງການທຽບເທົ່າເຂົ້າຮ່ວມ.

                                
                                                  ທ່ານພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານພິທີປິດຊຸດອົບຮົມບຳລຸງວຽກງານປກຊ-ປກສໃຫ້ພະນັກງານການນຳພັກ-ລັດຊຸດທີ XII

     ການອົບຮົມບຳລຸງວຽກງານ ປກຊ-ປກສ ໃຫ້ແກ່ພະນັກງານການນຳພັກ-ລັດ ຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ແຕ່ລະທ່ານເຊື່ອມຊຶມກຳໄດ້ບັນດາເນື້ອໃນ
ພື້ນຖານແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະໃໝ່ຂອງພັກ ເພື່ອຫັນເປັນບາດກ້າວບຸກທະລຸໃຫ້ປາກົດຜົນເປັນຈິງ ເປັນຕົ້ນແມ່ນການ
ເຄື່ອນໄຫວຊີ້ນຳ-ນຳ ພາວຽກງານ ປກຊ-ປກສ ຢູ່ບັນດາກະຊວງ, ແຂວງ ແລະອົງການທຽບເທົ່າຕ່າງໆ ແນໃສ່ການສະກັດກັ້ນ ແລະຕ້ານຍຸດທະສາດ ຫັນ
ປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະກຸ່ມຄົນບໍ່ຫວັງດີໃນທຸກຮູບແບບ, ເພື່ອປົກປັກຮັກສາ, ເອກະລາດ, ອຳນາດອະທິປະໄຕ ແລະຜືນແຜ່ນດິນອັນ
ຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ ເຊິ່ງມີພະນັກງານທີ່ເຂົ້າຮັບການອົບຮົມບຳລຸງຈຳນວນ 29 ສະຫາຍ ມາຈາກບັນດາອົງການຂັ້ນສູນກາງ, ບັນດາກະຊວງ
ແລະອົງການທຽບເທົ່າ.

     ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ໄດ້ເນັ້ນຕື່ມວ່າ: ວຽກງານ ປກຊ-ປກສ ແມ່ນວຽກງານຍຸດທະສາດສຳ ຄັນໃນພາລະກິດປົກປັກຮັກສາ-ພັດທະນາປະ
ເທດທີ່ພັກວາງອອກ ເຊິ່ງມັນຮຽກຮ້ອງການນຳແຕ່ລະຂັ້ນຕ້ອງໄດ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິງ ເພື່ອຊີ້ນຳ-ນຳພາທຸກພາກສ່ວນທີ່ຂຶ້ນກັບຂອບເຂດ
ຄວາມຮັບຜິດຊອບເຊື່ອມຊຶມກຳແໜ້ນ ແລະເຂົ້າຮ່ວມຈັດຕັ້ງປະຕິບັດໃຫ້ບັນລຸໄດ້ຕາມແນວທາງ ປກຊ- ປກສ ທົ່ວປວງຊົນຮອບດ້ານທີ່ ພັກວາງອອກ
ຕິດພັນກັບວຽກງານ 3 ສ້າງ ຮັບປະກັນເຮັດໃຫ້ທົ່ວປະເທດມີສະຖຽນລະພາບທາງດ້ານການ ເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບ
ຮຽບຮ້ອຍ, ສ້າງເງື່ອນໄຂສະດວກແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດຂອງທ້ອງຖິ່ນ ໃຫ້ມີການຂະຫຍາຍຕົວຕໍ່ເນື່ອງນຳເອົາປະເທດຊາດ
ອອກຈາກສະພາບດ້ອຍພັດທະນາ ແລະຈະເລີນກ້າວໜ້າວັດທະນະຖາວອນ.