ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຢ້ຽມຍາມ ແລະ ເຮັດວຽກຢູ່ກອງພັນໃຫຍ່ 584

     ວັນທີ 24 ທັນວາ 2021 ນີ້, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ວັນທອງ ບຸດ
ຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງພັນໃຫຍ່ 584 ໂດຍການ ຕ້ອນຮັບຂອງ
ສະຫາຍ ພັນເອກ ບຸນຕາ ສິນະວົງ ຫົວໜ້າການ ເມືອງກອງພັນໃຫຍ່ 584 ພ້ອມດ້ວຍຄະນະ.

     ສະຫາຍ ຫົວໜ້າການເມືອງ ກອງພັນໃຫຍ່ 584 ໄດ້ລາຍງານ ສະພາບຂອງກົມກອງ ໂດຍຫຍໍ້ ໃນການປະຕິບັດໜ້າທີ່ວຽກງານ ທີ່ພົ້ນເດັ່ນຮອບດ້ານ
ໃນໄລຍະຜ່ານມາ ຕາມທິດຊີ້ນໍາຂອງພັກ-ລັດ ໂດຍໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ໂດຍໄດ້ນໍາເອົາ ບັນດາມະຕິຄໍາສັ່ງ, ວັນ
ສໍາຄັນ ປະຫວັດສາດຂອງຊາດຂອງພັກ, ຂໍ້ກໍານົດລະບຽບ, ກົດໝາຍ ຂອງພັກ-ລັດ, ຂອງກອງທັບ, ຂອງກົມກອງມາຈັດຕັ້ງໂຄສະນາ ເຜີຍແຜ່ ໃຫ້ບັນດາ
ພະນັກງານ-ສະມາຊິກພັກ, ນັກຮົບ ໄດ້ ຮັບຮູ້ເຂົ້າໃຈແຈ້ງ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເພື່ອໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄຸນ
ສົມບັດສິນທໍາ ປະຕິວັດ, ມີສະຕິຕໍ່ການຈັດຕັ້ງສູງ ແລະ ມີແບບແຜນວິທີເຮັດວຽກ ທີ່ທັນສະໄໝ ຕິດພັນກັບ 4 ໜ້າທີ່ ໃຫຍ່ 26 ແຜນງານ ຂອງກະຊວງ
ປ້ອງກັນປະເທດວາງອອກ, ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ ຫັນລົງກໍ່ສ້າງຖານການເມືອງແບບມູນເຊື້ອຕາມ 4 ເນື້ອໃນ 4 ຄາດ ໂດຍ ຖືເອົາການປັບປຸງກໍ່ສ້າງ
ກໍາລັງ ແລະ ພັດທະນາຊົນນະບົດ ຮອບດ້ານ ຕາມທິດຊີ້ນໍາຂອງຂັ້ນເທິງ ໃນຂອບເຂດກົມກອງຕັ້ງທັບຢູ່ ເຮັດໃຫ້ສະພາບມີຄວາມສະຫງົບ ປອດໄພໂດຍ
ພຶ້ນຖານຄຽງຄູ່ກັນນັ້ນ ກໍໄດ້ປັບປຸງຄ້າຍຄູໃຫ້ມີ ຄວາມແໜ້ນໜາຖາວອນ ແລະ ສະອາດຈົບງາມ.

     ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຖືໂອກາດດັ່ງກ່າວ ໃຫ້ກຽດໂອ້ລົມຕໍ່ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 584 ກ່ອນອື່ນ ສະ
ຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາ ໄດ້ໃນໄລຍະຜ່ານມາ ພ້ອມຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາ
ແນວຄິດ ໃຫ້ພະນັກງານ-ນັກຮົບເປັນກົກ ແລະ ຫັນລົງກໍ່ສ້າງຮາກຖານ ການເມືອງແບບມູນເຊື້ອ ແລະ ພັດທະນາຊົນນະບົດຮອບດ້ານ ໃຫ້ສຳເລັດຕາມ
ແຜນການທີ່ວາງ ໄວ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/12/2021